ເຊີດຊູບັນດາກິດຈະກຳດີເດັ່ນໃນປື້ມຫົວຄຳປະດິດຄິດສ້າງ ຫວຽດນາມ ປີ 2021

(VOVWORLD) -ປື້ມຫົວຄຳປະດິດຄິດສ້າງ ຫວຽດນາມ ປີ 2021 ໄດ້ປະກາດ ແລະ ແນະນຳ 76 ກິດຈະເຊິ່ງກຳແບ່ງເປັນຫຼາຍຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ ໂທລະຄົມມະນາຄົມ
ເຊີດຊູບັນດາກິດຈະກຳດີເດັ່ນໃນປື້ມຫົວຄຳປະດິດຄິດສ້າງ ຫວຽດນາມ ປີ 2021 - ảnh 1ພິທີປະກາດປື້ມຫົວຄຳປະດິດຄິດສ້າງ ຫວຽດນາມ ປີ 2021
(ພາບ: VGP)

ຕອນບ່າຍວັນທີ 25 ພະຈິກ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະຫະສະມາຄົມບັນດາສະມາຄົມວິທະຍາສາດ ແລະ ເຕັກນິກ ຫວຽດນາມ, ບັນດາອົງການທີ່ກ່ຽວຂ້ອງ ຈັດພິທີປະກາດປື້ມຫົວຄຳປະດິດຄິດສ້າງ ຫວຽດນາມ ປີ 2021.

        ປື້ມຫົວຄຳປະດິດຄິດສ້າງ ຫວຽດນາມ ປີ 2021 ໄດ້ປະກາດ ແລະ ແນະນຳ 76 ກິດຈະເຊິ່ງກຳແບ່ງເປັນຫຼາຍຂົງເຂດຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ ໂທລະຄົມມະນາຄົມ; ເຕັກໂນໂລຊີປະຢັດພະລັງງານ, ນຳໃຊ້ພະລັງງານໃໝ່ ແລະ ປຸງແຕ່ງ, ຜະລິດໃນກະສິກຳ; ຊີວະວິທະຍາຮັບໃຊ້ການຜະລິດ, ຊີວິດການເປັນຢູ່; ການສຶກສາ-ບຳລຸງສ້າງ; ເຕັກໂນໂລຊີເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມ; ສາທາລະນະສຸກ…

ຕອບກັບ

ຂ່າວ/ບົດ​ອື່ນ