ເຊີດ​ຊູ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຖັນ​ແຖວ​ຜູ້​ປະ​ກອບ​ອາ​ຊີບດ້ານ​ການ​ສື່​ສານ

(VOVWORLD) -ເນື່ອງໃນໂອກາດ 95 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2020), ຕອນບ່າຍວັນທີ 19 ມິຖຸນາ, ສະມາຄົມນັກຂ່າວ, ພະແນກຖະແຫຼງຂ່າວ ແລະ ສື່ສານນະຄອນເກິ່ນເທີໄດ້ຈັດຕັ້ງການພົບປະ, ສະຫຼຸບ, ມອບລາງວັນສື່ມວນຊົນ ຟານນັອກຫ໋ຽນ ຄັ້ງທີ 14, ປີ 2019 – 2020. 
ເຊີດ​ຊູ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຖັນ​ແຖວ​ຜູ້​ປະ​ກອບ​ອາ​ຊີບດ້ານ​ການ​ສື່​ສານ - ảnh 1 ບັນດານັກປະພັນ, ກຸ່ມນັກປະພັນໄດ້ຮັບລາງວັນຟານງອກຫ໋ຽນ

ລາງວັນສື່ມວນຊົນ ຟານງອກຫ໋ຽນ ປີນີ້ດ້ວຍຫົວຂໍ້ “ຍູ້ແຮງການປະຕິຮູບການບໍລິຫານ, ສຸມໃສ່ລົງທຶນພັດທະນາ, ຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນ”  ຄະນະຈັດຕັ້ງໄດ້ຮັບບົດເຂົ້າແຂ່ງຂັນ 149 ບົດ ຈາກນັກປະພັນ 39 ຄົນ ແລະ ກຸ່ມນັກປະພັນ 53 ກຸ່ມຢູ່ນະຄອນເກິ່ນເທີ ແລະ ເຂດທ່ົງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ກຸ່ມນັກປະພັນ ຂອງອົງການປະຈຳ         ເຂດທ່ົງພຽງແມ່ນຳຂອງທາງພາກໃຕ້ໄດ້ຮັບລາງວັນທີ 1 ປະເພດລາຍການກະຈາຍສຽງດ້ວຍຜົນງານທີ່ມີຊື່ວ່າ “ຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແຫຼ່ງນ້ຳຢູ່ເຂດທ່ົງພຽງແມ່ນຳຂອງທາງພາກໃຕ້”.

        ແລະກໍ່ໃນວັນທີ 19 ມິຖຸນາ, ແຂວງຊັອກຈັງ ໄດ້ຈັດຕັ້ງການພົບປະກັບບັນດາອົງການສື່ມວນຊົນ ແລະ ຖັນແຖວນັກຂ່າວ, ຜູ້ປະກອບອາຊີບເປັນນັກຂ່າວ. ຢູ່ແຂວງວິງຟຸກ ກໍ່ໄດ້ຈັດຕັ້ງການພົບປະຍ້ອງຍໍຊົມເຊີຍນັກຂ່າວ, ນັກສິລະປະທີ່ມີຜົນງານດີເດັ່ນໃນໄລຍະ 2015 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ