ເຊີດຊູບັນດານັກທຸລະກິດຍິງອາຊຽນດີເດັ່ນ

ເຊີດຊູບັນດານັກທຸລະກິດຍິງອາຊຽນດີເດັ່ນ - ảnh 1
ຮອງປະທານປະເທດ ຫງວຽນທິຢວານ ມອບໃບຍ້ອງຍໍໃຫ້ບັນດານັກທຸລະກິດຍິງ
(ພາບ: baodansinh.vn)

(vovworld) – ​  ຕອນ​ເຊົ້າ​ວັນ​ທີ 5/3, ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ພິທີ​ເຊີດ​ຊູ​ນັກ​ທຸລະ​ກິດ​ຍິງ ອາ​ຊຽນດີ​ເດັ່ນ. ທ່ານນາງຮອງ​ປະທານ​ປະ​ເທດ ຫວຽດນາມ ​ຫງວຽນ​ທິຢວານ ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ໃບ​ຍ້ອງຍໍ​ໃຫ້​ບັນ​ດາ​ນັກ​ທຸລະ​ກິດ​ຍິງ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ບັນດາ​ເຫດການ​ເວທີ​ປາ​ໄສ​ນັກ​ທຸລະ​ກິດ​ຍິງ ອາ​ຊຽນ ຄັ້ງ​ທີ 2. ພິທີ​ເຊີດ​ຊູ​ຄັ້ງ​ນີ້​ແມ່ນ​ເຫດການ​ມີ​ຄວາມ​ໝາຍ​ພິ​ເສດ, ກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ແມ່​ຍິງສາກົນ (8/3) ​ແລະ ​ແມ່ນ​ຈຸດ​ເວລາ​ສຳຄັນ​ເມື່ອ​ປະຊາ​ຄົມ​ເສດຖະກິດ​ລວມ ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015 ຜ່ານ​ມາ. ​ໃນ​ປີ​ນີ້, ມີ​ນັກ​ທຸລະ​ກິດ​ຍິງ​ໃນ​ພາກ​ພື້ນ 87 ຄົນ​ໄດ້​ຮັບ​ການ​ເຊີດ​ຊູ, ​ໃນ​ນັ້ນ ຫວຽດນາມ ມີ 7 ຄົນ. ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ລັດຖະມົນຕີ​ວ່າການ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົ​ມ ຫວຽດນາມ ຟ້າ​ມທິຫາຍ​ຈ່ຽວ, ຊີ້​ແຈ້ງວ່າ:

        “ຂ້າພະ​ເຈົ້າ​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ, ການ​ປະກອບສ່ວນ​ຂອງ​ບັນດາ​ນັກທຸ​ລະ​ກິດ​ຍິງ​ຜູ້ດີ​ເດັ່ນ​ໃນ​ພາລະກິດ​ພັດທະນາ​ເສດຖະກິດ, ສັງຄົມ, ກໍ​ຄື​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ປະ​ຈຸ​ບັນ. ພວກ​ເອື້ອຍ​ໄດ​້​ເປັນ​ແບບຢ່າງ​ດີ​ເດັ່ນ​ຂອງ​ແມ່ຍິງ​​ໃນ​ສະຕະວັດ​ທີ 21 ຂອງ​ປະຊາ​ຄົມ ອາ​ຊຽນ ທີ່ຂະຫຍັນ​ຂັນ​ເຄື່ອນ ​ແລະ ພັດທະນາ. ຂ້າພະ​ເຈົ້າ​ຂໍ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ຂອງ​​ເຊິ່ງນັກທຸລະກິດ​ຍິງ ອາ​ຊຽນ ບັນລຸ​ໄດ້​​ໃນ 2 ປີຜ່ານມາ ດ້ວຍ​ບັນດາ​ການ​ໜູນ​ຊ່ວຍ​ປັບປຸງ​ລະບອບ ​ແລະ ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ໃຫ້​ບັນດາ​ສະມາຊິກ, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື, ປະກອບສ່ວນ​ຍົກ​ສູງ​ທັດສະນະ​ຂອງ​ບັນດາ​ນັກທຸ​ລະ​ກິດ​ຍິງ​ໃນ​ພາກ​ພື້ນ ອາ​ຊຽນ”


ຂ່າວ/ບົດ​ອື່ນ