ເຊີດຊູບັນດານັກວິທະຍາສາດທີ່ໄດ້ມີການປະກອບສ່ວນໃຫ້ແກ່ນະຄອນຫຼວງ ຮ່າໂນ້ຍ

ເຊີດຊູບັນດານັກວິທະຍາສາດທີ່ໄດ້ມີການປະກອບສ່ວນໃຫ້ແກ່ນະຄອນຫຼວງ ຮ່າໂນ້ຍ - ảnh 1
ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ ສາດສະດາຈານ, ວິລະຊົນແຮງງານ ຫວູຄຽວ ແລະ ສາດສະດາຈານ ຟານຮູຍເລ
(ພາບ: hanoimoi.com.vn)

(vovworld) - ຕອນບ່າຍວັນທີ 23/5, ຢູ່ ຮ່າໂນ້ຍ, ທ່ານ ຟ້າມກວາງຫງີ້, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ ໄດ້ຕາງໜ້າການນຳພັກ, ລັດ ມອບຫຼຽນໄຊແຮງງານຊັ້ນ 3 ໃຫ້ ສາດສະດາຈານ, ວິລະຊົນແຮງງານ ຫວູຄຽວ ແລະ ສາດສະດາຈານ ຟານຮູຍເລ, ຍ້ອນມີຜົນງານດີເດັ່ນໃນການປະຕິບັດ​ໂຄງການ “ຕູ້ປື້ມ ທັງລອງ - ອະລິຍະທຳນັບພັນປີ ໄລຍະ 1”. ​​ໂຄງການ “ຕູ້ປື້ມ ທັງລອງ - ອະລິຍາທຳນັບພັນປີ” ໄລຍະ 1 ​ໄດ້​ຮັບ​ການ​ປະຕິບັດ​ກ່ອນ​ນີ້ 5 ປີ, ​ໂດຍ​ສາດສະດາຈານ, ນັກວິ​ທະຍາ​ສາດ, ນັກ​ຄົ້ນ​ຄ້ວາ 500 ຄົນ​ຂອງ​ສູນ​ກາງ ​ແລະ ນະຄອນ ຮ່າ​ໂນ້ຍ ປະກອບ​ພູມ​ປັນຍາ, ​ເຫື່ອ​ແຮງ, ​ໃນ​ນັ້ນ​ມີ ສາດສະດາຈານ ຫວູຄຽວ ​​ແມ່ນ​ປະທານ​ສະພາ​ທີ່​ປຶ​ກສາ​ວິທະຍາສາດ. “ຕູ້ປື້ມ ທັງລອງ - ອະລິຍາທຳນັບພັນປີ” ມີ ປື້​ມ 95 ຫົວ​ດ້ວຍ 102.000 ໜ້າ​ໄດ້​ລວບ​ລວມ​ບັນດາ​ບັນຫາ​ປະຫວັດສາດ, ພູມ​ສາດ, ວັດທະນະທຳ - ສັງຄົມ.​​..​ ຊ່ວ​ຍໃຫ້ລຸ້ນຄົນ​ຕໍ່​ໄປ​ເຂົ້າ​ໃຈ​ກ່ວາ​ກ່ຽວ​ກັບ​ທັງ​ລອງ - ຮ່າ​ໂນ້ຍ. ດັ່ງ​ນັ້ນ, ນະຄອນ ຮ່າ​ໂນ້ຍ ຕົກລົງ​ຜັນ​ຂະຫຍາຍ​​ໂຄງການ​ສຳ​ຫຼວດ,​ ສະ​ສົມ, ຮຽບຮຽງ “ຕູ້ປື້ມ ທັງລອງ - ອະລິຍາທຳນັບພັນປີ” ​ໄລຍະ 2, ​ເພື່​ອ​ແນ​ໃສ່​ເພີ່ມ​ເຕີມ​ໃຫ້​ຕູ້​ປື້​ມ​ນີ້ໃຫ້ນັບ​ມື້ນັບ​ສົມບູນ ​ແລະ ຄົບ​ຖ້ວນ​ກ່ວາ.

ຂ່າວ/ບົດ​ອື່ນ