ເຊີດຊູບັນດາຜົນງານດ້ານການແພດຂອງຫວຽດນາມ

ເຊີດຊູບັນດາຜົນງານດ້ານການແພດຂອງຫວຽດນາມ - ảnh 1
ຜົນງານ​ໃນການຜ່າຕັດ​ຂອງ​ການ​ແພດ​ຫວຽດນາມ

Vovworld- ວັນ​ທີ 25 ກຸມພາ​ນີ້, ​ເປັນ​ຄັ້ງທຳ​ອິດ​ທີ່​ກະຊວງ​ສາທາລະນະ​ສຸກ​ຫວຽດນາມຈະ​ຈັດ​ພິທີ​ເຊີດ​ຊູ 26 ຜົນງານ​ດ້ານ​ການ​ແພດ​ທີ່​ພົ້ນ​ເດ​ັ່ນ​ເນື່ອງ​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ວັນ​ແພດ​ໝໍ​ຫວຽດນາມ ຄື​ວັນ​ທີ 27ກຸມພາ. 26 ກິດຈະ​ກຳ​ຄົ້ນ​ຄ້ວາ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ຢັ້ງຢືນ​ແມ່ນ ຜົນງານ​ດ້ານ​ການ​ແພດ​ທີ່​ພົ້ນ​ເດ​ັ່ນທີ່​ຂຶ້ນ​ກັບ 11 ຂົງ​ເຂດ​ໃນ​ຂະ​ແໜງ​ສາທາລະນະ​ສຸກ​ຄື: ຜ່າຕັດ​ປ່ຽນ​ອະ​ໄວ​ຍະ​ວະ, ກະ​ຕຸ້ນ​ຫົວ​ໃຈ​ຊີບພະຈອນ, ປິ່ນປົວ​ໂລກ​ກ້ອນ​ເບົ້າ​ມະ​ເຮັງ, ສຸຂະພາບ​ຈະ​ເລີ​ນພັນ, ພະຍາດ​ຕາ, ການ​ແພດ​ພື້ນ​ເມືອງ, ການ​ຜະລິດ​ຢາວັກ​ຊິນ, ການ​ມອບ​ໂອນ​ເຕັກ​ໂນ​ໂລ​ຢີ ​ແລະ ອື່ນໆ. ນີ້​ແມ່ນ​ຄວາມ​ສຸມ​ຈິດ​ສຸມ​ໃຈ​ຂອງ​ບັນດາ​ສ່ວນ​ບຸກຄົນ, ໝູ່​ຄະນະ​ຂອງ​ຂະ​ແໜງ​ແພດສາດ​ໃນ​ການ​ຄົ້ນ​ຄ້ວາ ​ແລະ ນຳ​ໃຊ້​ສຳ​ເລັດ​ຜົນ, ອັນ​ໄດ້​ນຳ​ຄວາມ​ເບີກບານ​ມ່ວນ​ຊືນ​ມາ​ສູ່​ຄົນ​ເຈັບ ​ແລະ ນຳ​ມາ​​ເຊິ່ງຄວາມ​ເອກອ້າງ​ທະ​ນົງ​ໃຈ​ໃຫ້​ແກ່​ຂະ​ແໜງ​ແພດສາດ​ຫວຽດນາມ.

    ທ່ານ​ນາງ ຫງວຽນ​ທິກິມຕ້ຽນ ລັດຖະມົນຕີ​ກະຊວງ​ສາ​ທາ​ລະນະ​ສຸກ​ຫວຽດນາມ​ໃຫ້​ຮູ້​ວ່າ: ການ​ແພດ​ຫວຽດນາມ​ສາມາດ​ບັນລຸ​ບາງ​ຜົນງານ​ທັດ​ທຽມກັບ​ລະດັບ​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ​ສາມາດ​ປິ່ນ​ປົວ​ໄດ້​ຫຼາຍ​ພະຍາດ​ຮຸ່ນ​ແຮງ ​ແລະ ​ໂລກຊຳ​ເຮື້ອ.

ຂ່າວ/ບົດ​ອື່ນ