ເຊີດຊູບັນດາຜະລິດຕະພັນກະສິກຳດີເດັ່ນ

ເຊີດຊູບັນດາຜະລິດຕະພັນກະສິກຳດີເດັ່ນ - ảnh 1
“ພິ​ທີ​ເຊີດ​ຊູ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ດີ​ເດັ່ນ​ປີ 2015
ພາບ:danviet.vn

(vovworld)-​​ ​ຕອນ​ຄ່ຳ​ວັນ​ທີ 6/9 ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ “ພິ​ທີ​ເຊີດ​ຊູ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ດີ​ເດັ່ນ​ປີ 2015”. ນີ້​ແມ່ນ​ປີ​ທີ 3 ພິ​ທີ​ເຊີດ​ຊູ​ດັ່ງ​ກ່າວ​ໄດ້​ຈັດ​ຕັ້ງ​ຂຶ້ນ. ມີ 153 ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ນາມ​ມະ​ຍົດ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ດີ​ເດັ່ນ​ປີ 2015. ບັນ​ດາ​ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ການ​ເຊີດ​ຊູ​ລ້ວນ​ແຕ່​ມີ​ອິດ​ທິ​ພົນຊື່​ສຽງ, ມີ​ຄຸນ​ນະ​ພາບ​ສູງ, ຮັບ​ປະ​ກັນ​ມາດ​ຕະ​ການ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ແຮງ​ງານ ແລະ ຫລັກ​ອະ​ນາ​ໄມ​ຄວາມ​ປອດ​ໄພ​ດ້ານ​ສະ​ບຽງ​ອາ​ຫານ, ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫລວງ​ໃຫ້​ແກ່​ການ​ຊ​ຸກ​ຍູ​້​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ຍົກ​ສູງ​ຄຸນ​ຄ່າ, ປະ​ສິດ​ທິ​ຜົນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ. ລາຍ​ການ​ດັ່ງ​ກ່າວ ບໍ່​ພຽງ​ແຕ່​ເຊີດ​ຊູ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ເທົ່າ​ນັ້ນ ຫາກ​ຍັງ​ເປີດ​ເວ​ທີ​ປາ​ໄສ​ລວມ​ເພື່ອ​ໃຫ້​ບັນ​ດາ​ສ່ວນ​ບຸກ​ຄົນ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ​ສ້າງ, ເປີດກວ້າງ, ຮັກ​ສາ​ບັນ​ດາ​ສາຍ​ພົວ​ພັນ​ຮ່ວມ​ມື ແລະ ແນະ​ນຳ​ຜະ​ລິດ​ຕະ​ພັນ, ຄວາມ​ກ້າວ​ຫນ້າ, ເຕັກ​ນິກ, ເຕັກ​ໂນ​ໂລ​ຊີ​ໃຫມ່​ເຖິງ​ປະ​ຊາ​ຄົມ​ອີກ​ດ້ວຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ