ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຫວຽດ​ນາມ

(VOVWORLD) - ບັນຊີລາຍຊື່Top 50 ວິສາຫະກິດ ທີ່ມີຫົວຄິດປະດິດສ້າງ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນທີ່ສຸດຢູ່ ຫວຽດນາມ ລວມມີບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຄື: Vingroup, FPT, Viettel, Vietcombank, Thaco...
ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຫວຽດ​ນາມ - ảnh 1ພິທີເຊີດຊູບັນດາວິສາຫະກິດທີ່ມີຫົວຄິດປະດິດສ້າງ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນ ຫວຽດນາມ (ພາບ: Ngoc Anh)

ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຮ່າໂນ້ຍ, ສຳນັກໜັງສືພິມລົງທຶນ ສົມທົບກັບບໍລິສັດ ຫຸ້ນສ່ວນຄົ້ນຄວ້າການດຳເນີນທຸລະກິດ ຫວຽດນາມ (Viet Research) ຈັດຕັ້ງພິທີປະກາດບັນຊີລາຍຊື່ Top 50 ວິສາຫະກິດປະດິດຄິດສ້າງ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ ປີ 2023 (VIE50) ແລະ Top 10 ວິສາຫະກິດ ທີມີຫົວຄິດປະດິດສ້າງ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນຢູ່ ຫວຽດນາມ ໃນບັນດາຂະແໜງເສດຖະກິດຈຸດສຸມ ປີ 2023 (VIE10).

        ບັນດາວິສາຫະກິດໄດ້ຮັບການເຊີດຊູໃນຄັ້ງນີ້ ແມ່ນຂຶ້ນກັບຂະແໜງ: ເຕັກໂນໂລຢີຂໍ້ມູນຂ່າວສານ - ໂທລະຄົມມະນາຄົມ; ການຢາ - ອຸປະກອນການແພດ; Logistics; ທະນາຄານ; ປະກັນໄພ; ກະສິກຳ; ກໍ່ສ້າງ - ອະສັງຫາລິມະຊັບ… ບັນຊີລາຍຊື່Top 50 ວິສາຫະກິດ ທີ່ມີຫົວຄິດປະດິດສ້າງ ແລະ ດຳເນີນທຸລະກິດຢ່າງມີປະສິດທິຜົນທີ່ສຸດຢູ່ ຫວຽດນາມ ລວມມີບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຄື: Vingroup, FPT, Viettel, Vietcombank, Thaco...

ຕອບກັບ

ຂ່າວ/ບົດ​ອື່ນ