ເຊີດຊູບັນດາວິສາຫະກິດທ່ອງທ່ຽວແຖວໜ້າຂອງຫວຽດນາມ ປີ 2018

(VOVWORLD) -ອົງການຈັດຕັ້ງກາທ່ອງທ່ຽວສາກົນ ຈັດ ຫວຽດນາມ ຢືນອັນດັບທີ 3 ໃນຈໍານວນ 10 ປະເທດມີຂະແໜງການທ່ອງທ່ຽວເຕີບໂຕສູງສຸດ, ເລື່ອນ 3 ຊັ້ນເມື່ອທຽບໃສ່ປີ 2017

ໃນຂອບເຂດງານຕະຫຼາດນັດ ທ່ອງທ່ຽວສາກົນຫວຽດນາມ 2019, ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່່າໂນ້ຍ, ສະຫະສະມາຄົມທ່ອງທ່ຽວຫວຽດນາມ ແລະ ວິທະຍຸກະຈາຍສຽງຫວຽດນາມ ໄດ້ສົມທົບກັນຈັດຕັ້ງພິທີເຊີດຊູສ່ວນບຸກຄົນ ແລະ ວິສາຫະກິດທ່ອງທ່ຽວຫວຽດນາມດີເດັ່ນ ປີີ 2018.

ເຊີດຊູບັນດາວິສາຫະກິດທ່ອງທ່ຽວແຖວໜ້າຂອງຫວຽດນາມ ປີ 2018 - ảnh 1ພິທີເຊີດຊູສ່ວນບຸກຄົນ ແລະ ວິສາຫະກິດທ່ອງທ່ຽວຫວຽດນາມດີເດັ່ນ ປີີ 2018 

        ນີ້ແມ່ນການເຄື່ອນໄຫວປະຈໍາປີຂອງສະຫະສະມາຄົມທ່ອງທ່ຽວຫວຽດນາມ ເພື່ອແນໃສ່ເຊີດຊູບັນດາສ່ວນບຸກຄົນ ແລະ ວິສາຫະກິດດີເດັ່ນທີ່ມີຜົນງານດີເລີີດໃນບັນດາຂົງເຂດຮັບໃຊ້ບໍລິການທ່ອງທ່ຽວ ພ້ອມທັງປະກອບສ່ວນເຂົ້າໃນການຍູ້ແຮງຂະບວນການແຂ່ງຂັນ, ຍົກສູງຄຸນນະພາບການບໍລິການ, ຄວາມເປັນມືອາຊີບຢ່າງບໍ່ຢຸດຢັ້ງ, ສ້າງເຄື່ອງໝາຍການຄ້າເທື່ອລະກ້າວ, ປະກອບສ່ວນຊຸກຍູ້ການທ່ອງທ່ຽວໃຫ້ພັດທະນາກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດ. ປີ 2018, ອົງການຈັດຕັ້ງກາທ່ອງທ່ຽວສາກົນ ຈັດ ຫວຽດນາມ ຢືນອັນດັບທີ 3 ໃນຈໍານວນ 10 ປະເທດມີຂະແໜງການທ່ອງທ່ຽວເຕີບໂຕສູງສຸດ, ເລື່ອນ 3 ຊັ້ນເມື່ອທຽບໃສ່ປີ 2017.

        ໃນປີ 2018, ຂະແໜງການທ່ອງທ່ຽວໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນມາທ່ຽວ ປະມານ 15,6 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດປະມານ 80 ລ້ານຄົນ, ຍອດລາຍຮັບທັງໝົດທີ່ເກັບມາໄດ້ບັນລຸ 620.000 ຕື້ດົ່ງ (ປະມານເກືອບ 26 ລ້ານUSD) ກວມເອົາ 7,8% GDP ຂອງທົ່ວປະເທດ. ສະຫະສະມາຄົມທ່ອງທ່ຽວຫວຽດນາມ ໄດ້ຮຽກຮ້ອງບັນດາອົງການສະມາຊິກໃນທົ່ວປະເທດ ຈົ່ງຍູ້ແຮງການແຂ່ງຂັນ ແລະ ສູ້ຊົນ ເພື່ອໃຫ້ມີບັນດາສ່ວນບຸກຄົນ ແລະ ບັນດາວິສາຫະກິດ ບັນລຸນາມມະຍົດດີເດັ່ນແຕ່ລະປີໃນຂະແໜງການທ່ອງທ່ຽວຂອງຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ