ເຊີດຊູຜູ້ບໍລິຈາກເລືອດ 100ຄົນດີເດັ່ນໃນປີ2015

ເຊີດຊູຜູ້ບໍລິຈາກເລືອດ 100ຄົນດີເດັ່ນໃນປີ2015 - ảnh 1
ຜູ້​ບໍ​ລິ​ຈາກ​ເລືອດ​ທີ​ດີ​ເດັ່ນ​ປີ 2015
(ພາບ: vovgiaothong.vn)

(vovworld) – ​ ຕອນ​ຄ່ຳ​ວັນ​ທີ 14/6, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ຂົນ​ຂວາຍ​ການ​ບໍ​ລິ​ຈາກ​ເລືອດ​ໄດ້​ຈັດ​ຕັ້ງ “ພິ​ທີ​ເຊີດ​ຊູ​ຜູ້​ບໍ​ລິ​ຈາກ​ເລືອດ ຫວຽດ​ນາມ ດີ​ເດັ່ນ​ປີ 2015”. ຜູ້​ບໍ​ລິ​ຈາກ​ເລືອດ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ 100 ຄົນ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ໂອ​ກາດນີ້. ການ​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ​ກາຍ​ເປັນ​ຈຸດ​ດີ​ງາມ​ທີ່​ເຕັມ​ໄປ​ດ້ວ​ຍ​ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ​​ຂອງ​ວົງ​ຄະ​ນະ​ຍາດ ສັງ​ຄົມ​ຢ່າງ​ແທ້​ຈິງ. ປີ 2014, ຜູ້​ບໍ​ລິ​ຈາກ​ເລືອດ​ອາ​ສາ​ສະ​ໝັກ​ໃນ​ທົ່ວ​ປະ​ເທດ​ໄດ້​ບໍ​ລິ​ຈາກ​ເລືອດກ່​ວາ 1 ລ້ານ​ຖົງ, ຮັບ​ໃຊ້​ວຽກ​ງານກວດ, ປິນ​ປົວ​ພະ​ຍາດ. ທ່ານ ເຈີ່​ນງວຽນ​ຮ່​ວາ, ຊາວ​ນະ​ຄອນ ໂຮ່​ຈີ​ມິນ ທີ່​ໄດ້​ບໍ​ລິ​ຈາກ​ເລືອດ 74 ຄັ້ງ, ສະ​ແດງວ່າ:

        “ຂ້າ​ພະ​ເຈົ້າ​ຢາກ​ອຸ​ທິດ​ສ່ວນ​ສິ່ງ​ໃດ​ໜຶ່ງ​ໃຫ້​ສັງ​ຄົມ. ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເລືອດ​ຈະ​ໄດ້​ສົງ​ເຖິງ​ຄົນ​ເຈັບເພື່ອ​ປິນ​ປົວ​ພະ​ຍາດ. ເມື່ອ​ຄິດ​ຄື​ແນວ​ນັ້ນ​ຂ້າ​ພະ​ເຈົ້າ​ກໍ່​ຮູ້​ສຶກ​ພາກ​ພູມ​ໃຈຫຼາຍ.”

        ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ທ້ຽນ​ເຍີນ, ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສະ​ເໜີ​​ໃຫ້ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ສືບ​ຕໍ່​ຍູ້​ແຮງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຜົນ​ປະ​ໂຫຍດ​ຂອງ​ການ​ບໍ​ລິ​ຈາກ​ເລືອດ​ທີ່​ມີ​ຕໍ່​ຄວາມ​ຮັບ​ຜິດ​ຊອບ ແລະ ໜ້າ​ທີ່​ຂອງ​ປະ​ຊາ​ຊົນ​ທຸກ​ຄົນ, ຈາກນັ້ນ​ສ້າງ​ຂະ​ບວ​ນ​ການ​ບໍ​ລິ​ຈາກ​ອາ​ສາ​ສະ​ໝັກ​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ.


ຂ່າວ/ບົດ​ອື່ນ