ເຊີດຊູຜະລິດຕະພັນກະເສດຫວຽດນາມ 2014

ເຊີດຊູຜະລິດຕະພັນກະເສດຫວຽດນາມ 2014 - ảnh 1
ທ່ານ ຫວູ​ວັນ​ນິງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) - ຕອນ​ເຊົ້າ​ວັນ​ທີ 7/6, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ ສົມທົບ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ກະຊວງ​ອຸດສາຫະກຳ ການ​ຄ້າ, ຈັດ​ຕັ້ງ​ພິທີ ເຊີດ​ຊູ​ຜະລິດ​ຕະພັນ​ກະ​ເສດທີ່​ດີ​ເດັ່ນ ​ຫວຽດນາມ 2014. ພິທີ​ດັ່ງກ່າວ​ເພື່ອ​ແນ​ໃສ່​ໂຄສະນາ, ​ເຊີດ​ຊູບັນດາຜະລິດ​ຕະພັນ​ກະ​ເສດທີ່​ມີ​ຄຸນ​ນະພາ​ບ, ສົ່ງ​ເສີມ​ຫົວຄິດ​ປະດິດ​ສ້າງ ​ແລະ ສ້າງ​ຄວາມ​ຕິດ​ພັນ​ລະຫວ່າງ​ຊາວ​ກະສິກອນ - ນັກວິທະຍາສາດ - ນັກທຸລະກິດ​ໃນ​ການ​ຜະລິດ, ປຸງ​ແຕ່ງ, ດຳ​ເນີນ​ທຸລະ​ກິດ ຜະລິດ​ຕະພັນ​ກະ​ເສດ ​ແລະ ຜະລິດ​ຕະພັນ​ຮັບ​ໃຊ້​ກະສິກຳ​ຕາມ​ທິດ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ ທັນ​ສະ​ໄໝ. ປີ​ນີ້​ຄະນະ​ຈັດ​ຕັ້ງ​ເລືອກ​ເຟັ້ນຜະລິດ​ຕະພັນ​ກະ​ເສດທີ່​ດີ​ເດັ່ນ 145 ປະ​ເພດ​ທີ່​ຂຶ້ນ​ກັບ 3 ໝວດ​ຜະລິດ​ຕະພັນ​ນັ້ນ​ແມ່ນ ຜະລິດ​ຕະພັນ​ກະ​ເສດ, ຜະລິດ​ຕະພັນ​ປຸງ​ແຕ່ງ ​ແລະ ຜະລິດ​ຕະພັນ​ຮັບ​ໃຊ້. ພິ​ເສດ​ບັນດາ​ຜະລິດ​ຕະພັນນີ້​ລ້ວນ​ແຕ່​ກວມ​ອັດຕາ​ສ່ວນ​ຫຼາຍ​ຢູ່​ຕະຫຼາດ​ພາຍ​ໃນ ​ແລະ ສົ່ງ​ອອກ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ, ​ເນັ້ນ​ໜັກ​ວ່າ:

​ວິ​ສາ​ຫະກິດແຕ່​ລະ​ແຫ່ງ, ​ ນັກ​ຜະລິດແຕ່​ລະຄົນ​ຕ້ອງ​ເສີມ​ຂະຫຍາຍ​ຈິດ​ໃຈ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ, ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ເຂົ້າ​ໃນ​ການ​ຜະລິດ ​ແລະ ​ພັດທະນາ​ຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ, ມີ​ເຄື່ອງໝາຍ​ການ​ຄ້າ​ຫວຽດນາມ, ຢືດຄອງ​ຕະຫຼາດ​ພາຍ​ໃນ ​ແລະ ຢືນຢັນ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​ໃນ​ຕະຫຼາດ​ໂລກ​ເທື່ອ​ລະ​ກ້າວ. ກ່ອນ​ອື່ນ​ໝົດ​ແມ່ນ​ໃນ​ຕະຫຼາດ​ທີ່​ຫວຽດນາມ​ໄດ້, ພວມ ​ແລະ ຈະ​ລົງ​ນາມ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ “.


ຂ່າວ/ບົດ​ອື່ນ