ເຊີດຊູວິສາຫະກິດ 50 ແຫ່ງທີ່ດຳເນີນ ທຸລະກິດຢ່າງມີ ປະສິດທິຜົນທີ່ສຸດຢູ່ ຫວຽດນາມ

ເຊີດຊູວິສາຫະກິດ 50 ແຫ່ງທີ່ດຳເນີນ ທຸລະກິດຢ່າງມີ ປະສິດທິຜົນທີ່ສຸດຢູ່ ຫວຽດນາມ - ảnh 1
ເຊີດ​ຊູວິ​ສາ​ຫະກິດ 50 ​ແຫ່ງ​
( ພາບ: tinmoi.vn )


( vovworld ) -   ຕອນ​ເຊົ້າ​ວັນ​ທີ 19/6, ຢູ່​ນະຄອນ​ໂຮ່ຈິ​ມິນ, ວາລະສານ​ Nhip cau dau tu ແປ​ວ່າ: ຂົວ​ເຊື່ອມ​ຕໍ່​ການລົງທຶນ ​ແລະ ບໍລິ​ສັດ​ຫຸ້​ນສ່ວນ​ຫຼັກ​ຊັບ ທຽນ​ຫວຽດ ຈັດ​ຕັ້ງ​ການ​ເຊີດ​ຊູ “ ​ວິ​ສາ​ຫະກິດ 50 ​ແຫ່ງ​ທີ່​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ມີ​ປະສິດທີ່ຜົນ​ທີ່​ສຸດ​ຢູ່​ຫວຽດນາມປີ 2012. ​ລາຍ​ການ​ໄດ້​ສຳ​ຫຼວດ​ລົງ​ເລີກ ​ແລະ ຈັດ​ອັນ​ດັບ​​​​ຈຳນວນ 50 ວິ​ສາ​ຫະກິດ​ນີ້ ​ໄດ້ສົມ​ທຽບຈາກ​ຕາຕະລາງວິ​ສາ​ຫະກິດ​ມີ​ອິດທິພົນ​ຊື່​ສຽງ​ສາກົນ, ບັນດາ​ມາດ​ຕະການ​ຕີ​ລາຄາ​ຍຸດ​ທະ​ສາດ​ຂອງ​ວິ​ສາ​ຫະກິດ​ຂອງ​ອົງການປຶກສາ​ຫາລື ຄຸ້ມ​ຄອງ​ທົ່ວ​ໂລກ… ສະພາສຳ​ຫຼວດໄດ້​ອີງ​ໃສ່​ 4 ລະດັບການ​ເຕີບ​ໂຕ​ສະ​ເລ່ຍ​ໃນ 3 ປີ 2009 – 2011 ຂອງ​ບັນດາ​ວິ​ສາ​ຫະກິດ. ທ່ານ Nguyen Thanh Tung, ຮອງ​ຜູ້ອຳ​ໜ່ວຍ​ການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ Vinacafe ບຽນ​ຮ່ວາ, ຫົວໜ່ວຍ​ໄດ້​ຮັບ​ລາງ​ວັນ​ດັ່ງກ່າວ ​ເວົ້າ​ວ່າ.

   “ ຂ້າພະ​ເຈົ້າ​​ເຊື່ອ​ໝັ້ນ​ຕໍ່​ໝາກຜົນ​ຂອງ​ການ​ສຳ​ຫຼວດຄັ້ງນີ້ ​ເພາະ​ເຂົາ​ເຈົ້າ​ໄດ້​ນຳ​ໃຊ້​ບັນດາ​ນັກ​ຊ່ຽວຊານ​ຕ່າງປະ​ເທດ ​ແລະ ທາບທາມ​ບັນດາ​ມາດຕະຖານ​ຂອງ​ການ​ເລືອກ​​ເຟັ້ນຄັ້ງ​ຕ່າງໆ​ໃນ​​ໂລກ, ມັນ​ທັງມີ​ລັກສະນະ​ພາວະ​ວິ​ໄສ ​ແລະ ວິທະຍາສາດ. ການ​ສຳ​ຫຼວດ​ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ແມ່ນ​ຂ້ໍ​ມູນ​ຂ່າວ​ສານ​ເພື່ອ​ທາ​ບທາມ​ທີ່​ດີໃຫ້​ແກ່​ບັນດາ​ນັກ​ລົງທຶນ. ​ເລື່ອງຍົກ​ອອກບັນດາ​ການ​ເລືອກ​​ເຟັ້ນນີ້ ​ມີ 2 ຄວາມ​ໝາຍ​ແມ່ນ ສະຫຼຸບ​ວິ​ວັດການ​ເຄື່ອນ​ໄຫວ​ຂອງ​ບັນດາ​ບໍລິສັດ​ຫວຽດນາມ ​ໃນ 3 ປີ​ທີ່​ຜ່ານ​ມາ ​ແລະ ​ແມ່ນ​​ແຫຼ່ງລະດົມ​ກຳລັງ​ໃຈ​ແກ່ບັນດາ​ບໍລິສັດ​ມີ​ຄວາມ​ເຊື່ອ​ໝັ້ນໃນ​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸ​ລະ​ກິ​ດກວ່າ. ”

ຂ່າວ/ບົດ​ອື່ນ