ເຊີດຊູວິສາຫະກິດດີເດັ່ນອາຊຽນ20ແຫ່ງ

ເຊີດຊູວິສາຫະກິດດີເດັ່ນອາຊຽນ20ແຫ່ງ - ảnh 1
ທ່ານ​ ຢ໋ວານ​ເມົ້າ​ຢຽບ ມອບລາງວັນໃຫ້ບັນດາວິສາຫະກິດດີເດັ່ນ
(ພາບ: baodansinh.vn)

(vovworld) – ພິທີ​ເຊີດ​ຊູວິ​ສາ​ຫະກິດດີ​ເດັ່ນອາ​ຊຽນ ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 27/4, ຢູ່​ນະຄອນ ດ່າ​ນັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ສາກົນ ​ແລະ ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ທີ່​ຍາດ​ໄດ້​ລາງວັນ​ໃນ​ກຸ່ມ ອາ​ຊຽນ ນັບ​ຮ້ອຍຄົນ. ບັນດາ​ວິ​ສາ​ຫະກິດ​ດີ​ເດັ່ນ ອາ​ຊຽນ ​ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ຄັ້ງ​ນີ້​​ມາ​ຈາກ​ບັນດາ​ປະ​ເທດ​ຄື: ກຳປູ​ເຈຍ, ອິນ​ໂດ​ເນ​ເຊຍ, ມ​າ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ສິງ​ກາ​ໂປ, ​ໄທ ​ແລະ ຫວຽດນາມ. ວິ​ສາ​ຫະກິດ​ດີ​ເດັ່ນ​ຂອງ ຫວຽດນາມ ​2​ ​ແຫ່ງທີ່ໄດ້​ຮັບ​ການ​ເຊີດ​ຊູ​ໃນ​ພິທີ​ແມ່ນ​ກຸ່ມ​ບໍລິສັດ ບາ​ຊອນ ​ແລະ ບໍລິສັດ​ຫຸ້ນ​ສ່ວນ ຊີມັງ ຮ່າ​ຕຽນ 1. ກ່ຽວ​ກັບ​ມາດ​ຕະຖານ​ເລືອກ​​ເຟັ້ນບັນດາ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ເຊີດ​ຊູ, ທ່ານ​ ຢ໋ວານ​ເມົ້າ​ຢຽບ, ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “​ແຕ່ລະ​ປີ​ຈະ​ເຊີດ​ຊູ​ວິ​ສາ​ຫະກິດ 20 ​ແຫ່ງ​ຈາກ​ 10 ​ປະ​ເທດ ອາ​ຊຽນ. ​ແຕ່ລະ​ປະ​ເທດ​ຈະ​ເລືອກ​ເຟັ້ນວິ​ສາ​ຫະກິດ 2 ​ແຫ່ງ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ ​ແລະ ສຸຂະ​ອະນາ​ໄມໃນ​ການ​ອອກ​ແຮງ​ງານ. ບັນດາ​ວິ​ສາ​ຫະກິດ​ນີ້​ຕ້ອງ​ຮັບປະກັນ​ບັນດາ​ມາດຕະຖານ​ເບິ່ງ​ແຍງ​ດູ​ແລວຽກງານ​ຄວາມ​ປອດ​ໄພ​​ ​ແລະ ສຸຂະ​ອະນາ​ໄມໃນ​ການ​ອອກ​ແຮງ​ງານ. ​ໃນ 3 ປີ​ຢ່າງ​ລຽນຕິດ​ບໍ່​ປະ​ໃຫ້​ເກີດ​ອຸບັດ​ຕິ​ເຫດ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​​ແຫ່ງການ​ອອກ​ແຮງ​ງານ​ຢ່າງ​ລຽນຕິດ. ອັດຕາ​ຜູ້​ຖືກ​ພະຍາດ​ຈາກ​ອາຊີບ​ຂອງ​ບັນດາ​ວິ​ສາ​ຫະກິດ​ນີ້​ກໍ່​ຢູ່​ໃນ​ລະດັບຕຳ່​ສຸດ​ໃນ​ອາ​ຊຽນ.”


ຂ່າວ/ບົດ​ອື່ນ