ເຊີດຊູຫົວໜ້າຕຳຫຼວດຂັ້ນຕາແສງດີເດັ່ນ 63 ຄົນ

(VOVWORLD) - ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ກຳລັງຕຳຫຼວດປະຊາຊົນ ສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານ
 
ເຊີດຊູຫົວໜ້າຕຳຫຼວດຂັ້ນຕາແສງດີເດັ່ນ 63 ຄົນ - ảnh 1ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ລາຍການ
(ພາບ: ສຳນັກຂ່າວສານ ຫວຽດນາມ)

ຕອນຄ່ຳວັນທີ 5 ມິຖຸນາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດໄດ້ຈັດຕັ້ງລາຍການພົບປະແລກປ່ຽນສະແດງສິລະປະເຊີດຊູຫົວໜ້າຕຳຫຼວດຂັ້ນຕາແສງດີເດັ່ນດ້ວຍຫົວຂໍ້ວ່າ: “ມີຊີວິດໃນໃຈປະຊາຊົນ”.

        ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ກຳລັງຕຳຫຼວດປະຊາຊົນ ສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກ້າຫານ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດທຸກໆໜ້າທີ່ທີ່ໄດ້ຮັບການມອບໝາຍ. ທ່ານປະທານປະເທດ ຫງວຽນ ຊວນ ຟຸກ ກ່າວວ່າ:

        “ກຳລັງຕຳຫຼວດປະຊາຊົນຈົ່ງສືບຕໍ່ເສີມຂະຫຍາຍມູນເຊື້ອອົງອາດກະຫານ, ມານະພະຍາຍາມສູ້ຊົນປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ປະສົມຜົນສຳເລັດ, ຖືເປັນສຳຄັນວຽກງານກໍ່ສ້າງພັກ, ຍູ້ແຮງການກໍ່ສ້າງກຳລັງຕຳຫຼວດປະຊາຊົນປອດໄສ, ໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ນັບມື້ນັບສະໜິດຕິດແທດພັນກັບປະຊາຊົນ, ອີງໃສ່ປະຊາຊົນ. ຂ້າພະເຈົ້າສະເໜີໃຫ້ຄະນະພັກ, ຕຳຫຼວດສູນກາງ, ການນຳກະຊວງຕຳຫຼວດສືບຕໍ່ ຊີ້ນຳ, ນຳພາການກໍ່ສ້າງກຳລັງຕຳຫຼວດຕາແສງໝັ້ນຄົງເຂັ້ມແຂງຮອບດ້ານທັງດ້ານຊັບພະຍາກອນມຸດທັງດ້ານການຈັດຕັ້ງ ແລະ ພື້ນຖານວັດຖຸ, ຍານພາຫະນະ. ການກໍ່ສ້າງກຳລັງຕຳຫຼວດຂັ້ນຕາແສງ, ເທດສະບານເມືອງເປັນກຳລັງຫຼວງຕ້ອງຕິດພັນກັບການເລືອກເຟັ້ນກໍ່ສ້າງຕາແສງແບບກ່ຽວກັບຂະບວນການທົ່ວປວງຊົນປົກປັກຮັກສາຄວາມສະຫງົບຂອງຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ