ເຊີດຊູຮູບພາບປະເທດຫວຽດນາມທີ່ສວຍງາມຜ່ານການເສັງຮູບພາບທ່ອງທ່ຽວ “ຫວຽດນາມວັນນີ້”

ເຊີດຊູຮູບພາບປະເທດຫວຽດນາມທີ່ສວຍງາມຜ່ານການເສັງຮູບພາບທ່ອງທ່ຽວ “ຫວຽດນາມວັນນີ້” - ảnh 1
ຮູບພາບໄດ້ນຳມາວາງສະແດງໃນງານວາງສະແດງ

(vovworld)- ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ຂະ​ແໜງ​ທ່ອງ​ທ່ຽວ​ຫວຽດ​ນາມ ຄົບ​ຮອບ 65 ປີ (9/7/1960-9/7/2016), ຕອນ​ເຊົ້າ​ວັນ​ທີ 5/7, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ມອບ​ລາງວັນ ​ການ​​ເສັງ​ຮູບ​ພາບ​ສິ​ລະ​ປະ ​ການ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດ ຄັ້ງ​ທີ 7. ​ການ​ເສັງ ດ້ວຍ​ຫົວ​ຂໍ້ “ຫວຽດ​ນາມ​ວັນ​ນີ້”  ແນ​ໃສ່​ກະ​ກຽມ​ເອ​ກະ​ສານ, ຮູບ​ພາບ​ເພື່ອ​ສ້າງ​ບັນ​ດາ​​ສິ່ງ​ພີມ ​ໂຄ​ສະ​ນາ​ເຜີຍ​ແຜ່​ຮູບ​ພາບ-ເຄື່ອງ​ໝາຍ​ການ​ຄ້າ, ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ຢູ່​​ບັນ​ດາ​ຕະຫຼາດ​ຈຸດ​ສຸມ, ພ້ອມ​ທັງ ເຊີດ​ຊູຮູບ​ພາບ​ປະ​ເທດ​ຫວຽດ​ນາມ​ທີ່​ສວຍ​ງາມ, ຊາວ​ຫວຽດ​ນາມ ສະ​ໜິດ​ສະ​ໜົມ,​ ຮັກ​ແພງ​ແຂກຄົນ ແລະ ຮັກ​ຫອມສັນ​ຕິ​ພາບ. ສະ​ພາກວດ​ກາ​ໄດ້ມອບ​ລາງວັນ​ໃຫ້ 11 ພາບ​​ຖ່າຍ ໃນ​ຈຳ​ນວນ 5.00 ພາບ​​ຖ່າຍ ​ທີ່​ສົ່ງ​ເຂົ້າ​ການ​ເສັງ, ໃນ​ນັ້ນ​ມີ​ ລາງວັນ​ທີ 1 ໜຶ່ງ​ລາງວັນ; ລາງວັນ​ທີ 2 ສອງ​ລາງວັນ; ລາງວັນ​ທີ 3 ສາມ​ລາງວັນ.  ທ່ານ ນາງ ຫງວຽນ​ຈາງ​ກິມ​ເກືອງ, ໄດ້ມອບຫຼຽນ​ຄຳ ສຳ​ລັບ​ພາບ​ແຕ້ມ “ກັບ​ຄື​ນ​ສູ່​ແຫຼ່ງ​ກຳ​ເນີດ”, ​ແລະ​ຫວັງວ່າຜ່ານ​ບັນ​ດາ​ພາບ​​ຖາມ​ສິ​ລະ​ປະ​ນີ້, ແຂກ​ທ່ອງ​ທ່ຽວ​ໃນ​ໂລກ​ຈະ​ມີ​ຂໍ້​ມູນ​ເພີ່ມ ​ກ່ຽວ​ກັບ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ຢູ່​ຫວຽດ​ນາມ, ດຶງ​ດູດ​ໃຫ້​ເຂົ້າ​ເຈົ້າ​ມາ​ຫວຽດ​ນາມຫຼາຍ​ຂື້ນ.

        ໃນ​ການ​ປະ​​ຕິ​ບັດ​ງານ ​ທ້າຍ​ເດືອນ 5 ຜ່ານ​ມາ ຢູ່ ໝີ​ເຊີນ, ຂ້າ​ພະ​ເຈົ້າ​ຕື້ນ​ຕັນ​ໃຈ​ທີ່​ສຸດ ເຫັນ​ກັບ​ຕາ​ຄະ​ນະ​​ນັກທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຄະ​ນະ 1 ໄດ້​ຮັບ​ຟັງພະນັກ​ງານ​ແນະນຳ​ກ່ຽວ​ກັບ​ວັ​ດທະ​ນະ​ທຳ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ ຈຳ​ປາບູ​ຮານ. ເມື່ອນຂ້າ​ພະ​ເຈົ້າ ຖ່າຍ​ຮູບ ​ຂ້າ​ພະ​ເຈົ້າ​ຮູ້​ສຶກຕື້ນ​ຕັນ​ໃຈຫຼາຍ ເພາະ​ສະ​ຖາ​ປັດ​ຕະ​ຍະ​ກຳ​ນີ້ ​ມີ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ, ມີ​ພຽງ​ແຕ່​ຢູ່​ຫວຽດ​ນາມ​ເທົ່​ານັ້ນ. ບັນ​ດາ​ຊາວ​ຕ່າງ​ປະ​ເທດຮູ້​ສຶກ​ແປກ​ປະຫຼາດ​ໃຈຕໍ່​ຄວາມ​ງາມ​ຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ນີ້.

 


ຂ່າວ/ບົດ​ອື່ນ