ເຊີດຊູເຄື່ອງໝາຍການຄ້າອາຊີບທີ່ເປັນມູນເຊື້ອ

ເຊີດຊູເຄື່ອງໝາຍການຄ້າອາຊີບທີ່ເປັນມູນເຊື້ອ  - ảnh 1
(ພາບປະກອບ)

(vovworld)- ວັນ​ທີ 11/1, ຢູ້ຮ່າ​ໂນ້ຍ, ໜັງສືພິມ​ຊາວ​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ເຊີ​ດຊູ “ ​ເຄື່ອງໝາຍການ​ຄ້າອາຊີບ​ມູນ​ເຊື້ອຊຶ່ງມີ​ຊື່​ສຽງ, ​ເຄື່ອງ ໝາຍການ​ຄ້າ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ນັກ​ສິລະ​ປະກອນ​ທີ່​ດີ​ເດັ່ນ ” ຄັ້ງ​ທີ 4 ປີ 2014. ພ້ອມ​ກັບ​ເລື່ອງ​ເຊີດ​ຊູ “ ​ເຄື່ອງໝາຍການ​ຄ້າອາຊີບ​ມູນ​ເຊື້ອທີ່ມີ​ຊື່​ສຽງ, ​ເຄື່ອງໝາຍການ​ຄ້າ​ພັດທະນາ​ຢ່າງ​ໝັ້ນຄົງ ” ຄື​ຊຸມ​ປີ​ກ່ອນ​ແລ້ວ, ຄະນະ​ຈັ້ດ​ຕັ້ງ​ຍັງ​ເປີດ​ກ້ວາງ​ເປົ້າ​ໝາຍ​ເຊີດ​ຊູ​ເຖິງ​ບັນດາ​ນັກ​ສິລະ​ປະ ກອນ​ທີ່​ດີ​ເດັ່ນອີກ​ດ້ວຍ.ຄະນະ​ຈັດ​ຕັ້ງໄດ້​ມອບຂັ່ນ ​ແລະ ​ໃບ​ຍ້ອງຍໍ​ໃຫ້​​ນັກທຸລະກິດ, ນັກ​ສິລະ​ປະກອນ, 50 ຄົນ​ກໍ່ຄືຮາກ​ຖານ​ຜະລິດ​ທີ່​ເປັນ​ມູນ​ເຊື້ອ​, ພ້ອມ​ກັບ 30 ​ເຄື່ອງໝາຍການ​ຄ້າ​ພັດທະນາ​ຢ່າງ​ໝັ້ນຄົງອີກ​ດ້ວຍ.

ຂ່າວ/ບົດ​ອື່ນ