ເຊີດຊູແບບຢ່າງດີເດັ່ນ ໃນການ ຮັບປະກັນຄວາມປອດໄພ ທາງດ້ານຄົມມະນາຄົມ

ເຊີດຊູແບບຢ່າງດີເດັ່ນ ໃນການ ຮັບປະກັນຄວາມປອດໄພ ທາງດ້ານຄົມມະນາຄົມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ມອບ​ໃບ​ຍ້ອງຍໍໃຫ້ແກ່ບັນດາແບບຢ່າງ​ດີ​ເດັ່ນ  (ພາບ:chinhphudientu)


Vovworld- ວັນທີ 25/8 ຢູ່ຮ່າໂນ້ຍ, ກະຊວງຄົມມະນາຄົມຂົນສົ່ງໄດ້ສົມທົບກັບ ຄະນະກຳມະການຄວາມ ປອດໄພ ທາງ​ດ້ານ​ຄົມມະນາຄົມ​ແຫ່ງ​ຊາດ ຈັດ​ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ແບບຢ່າງ​ມະຫາຊົນ​ທີ່​ດີ​ເດັ່ນ​ໃນ​ຂະ​ບວນການ ສ້າງສາທາງ​ດ້ານ​ຄົມມະນາຄົມ ​ແລ​ະ ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງ​ດ້ານ​ຄົມມະນາຄົມ. ມີ​ແບບຢ່າງ​ດີ​ເດັ່ນ 185 ຄົນ​ໄດ້​ຮັບ​ການ​ເຊີດ​ຊູ, ​ໃນ​ນັ້ນ​ມີ 19 ບຸກຄົນ​ດີ​ເດັ່ນ​ໄດ້​ຮັບ​ໃບ​ຍ້ອງຍໍ​ຂອງ​ລັດຖະບານ, 152 ຄົນ​ໄດ້​ຮັບ​ສະ​ເໜີ​ມອບ​ໃບ​ຍ້ອງຍໍ​ຂອງ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ ​ແລະ ຂົນ​ສົ່ງ ​ແລະ ຫຼຽນ​ກາ​ທີ່​ລະນຶກ​ເພື່ອ​ພາລະກິດ​ພັດທະນາ​ຄົມມະນາຄົມ​ຂົນ​ສົ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ກ່າວ​ວ່າ :

   “ ປະ​ຕິ​ບັດ​ມະຕິກອງ​ປະຊຸມ​ໃຫຍ່ຄັ້ງ​ທີ 13 ຂອງ​ພັກ, ພວກ​ເຮົາ​ໄດ້​ມີ​ໂຄງການ​ພັດທະນາ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ. ສິ່ງ​ນີ້​ແມ່ນ​ມີ​ຄວາມ​ໝາຍ​ທີ່​ສຳຄັນ​ທີ່​ສຸດຕໍ່​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດພວກ​ເຮົາ. ​ເພື່ອ​ປະຕິບັດ​ໂຄງການ​ນີ້​ໃຫ້​ເປັນ​ຢ່າງ​ດີ, ພວກ​ເຮົາ​ຕ້ອງ​ຮຽກຮ້ອງ​ແຫຼ່ງ​ເງິນ​ລົງທຶນ, ພິ​ເສດ​ແມ່ນ​ຈາກ​ຂົງ​ເຂດ​ສັງຄົມ ​ແລະ ປະຊາຊົນ. ”

ຂ່າວ/ບົດ​ອື່ນ