ເຊີດຊູແລະມອບລາງວັນທ່ອງທ່ຽວຫວຽດນາມ2012

ເຊີດຊູແລະມອບລາງວັນທ່ອງທ່ຽວຫວຽດນາມ2012 - ảnh 1
ນັກທ່ອງທ່ຽວສາກົນມາຢ້ຽມຢາມຫວຽດນາມ
ພາບປະກອບ:internet


(vovworld)- ​​​​ພິທີ​ມອບ​ລາງວັນ​ດຳ​ເນີນ​ໄປ​ໃນ​ຕອນ​ຄຳ່​ວັນ​ທີ 4/12 ຢູ່ ຮ່າ​ໂນ້ຍ. ຄະນະ​ຈັດ​ຕັ້ງ​​ໄດ້ມອບ​ລາງວັນ​ໃຫ້​ແກ່​ໂຮງ​ແຮມຊັ້ນ​ນຳຂອງ​ຫວຽດນາມ 40 ​ແຫ່ງ, ບໍລິສັດ​ທ່ອງ​ທ່ຽວ​ສາກົນ ​ແລະ ​ພາຍ​ໃນ​ປະ​ເທດ 30 ​ແຫ່ງ. ນອກ​ນັ້ນ, ຄະນະ​ຈັດ​ຕັ້ງ​ກໍ​ເຊີດ​ຊູ 2 ບໍລິສັດ​ການ​ບິນທີ່​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ຫລາຍ​ກວ່າ​ໝູ່. ກ່າວຄຳ​ເຫັນ​ທີ່​ພິທີ​ເຊີດ​ຊູ ​ແລະ ມອບ​ລາງວັນ​ທ່ອງ​ທ່ຽວ​ຫວຽດນາມ 2012, ທ່ານ ຫງວຽນ​ຫຶ​ວທໍ້, ປະທານ​ສະຫະ​ສະມາຄົມ​ທ່ອງ​ທ່ຽວ​ຫວຽດນາມ ຢືນຢັນ​ວ່າ:

        “14 ປີຜ່ານມາ, ການ​ເຊີດ​ຊູ ​ແລະ ມອບ​ລາງວັນ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ຫວຽດນາມ ດີ​ເດັ່ນ ​ໄດ້​ປະກອບສ່ວນ​ຊຸກຍູ້​ຂະ​ບວນການ​ແຂ່ງຂັນ, ຍົກ​ສູງ​ຄຸນ​ນະພາ​ບບໍລິການ, ຫັນ​ຜະລິ​ດຕະພັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຍົກ​ສູງ​ລັກສະນະ​ວິຊາ​ສະ​ເພາະ​ຂອງ​ບັນດາ​ວິ​ສາ​ຫະກິດ, ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ໂຄສະນາ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ວິ​ສາ​ຫະກິດ ​ແລະ ຜະລິດ​ຕະພັນ​ບໍລິການ, ຜ່ານ​ນັ້ນ ຍົກ​ສູງ​ປະສິດທິ​ຜົນ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ.”

       

 

ຂ່າວ/ບົດ​ອື່ນ