ເຊີດຊູໂຄງການນຳປື້ມໄປຍັງຊົນນະບົດໄດ້ຮັບລາງວັນລົບລ້າງຄວາມກືກໜັງສືສາກົນUNESCO

ເຊີດຊູໂຄງການນຳປື້ມໄປຍັງຊົນນະບົດໄດ້ຮັບລາງວັນລົບລ້າງຄວາມກືກໜັງສືສາກົນUNESCO - ảnh 1
ພິທີ​ເຊີດ​ຊູ, ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ບຸກຄົນ ​ແລະ ໝູ່​ຄະນະທີ່​
ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ໂຄງການ “ນຳ​ປື້​ມ​ໄປ​ຍັງຊົນນະບົດ​”
(ພາບ: toquoc.vn)

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 16/12 ຢູ່ ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ກໍ່ສ້າງ ຫວຽດນາມ ຈັດ​ຕັ້ງ​ພິທີ​ເຊີດ​ຊູ, ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ບຸກຄົນ ​ແລະ ໝູ່​ຄະນະທີ່​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ປະຕິບັດ​ໂຄງການ “ນຳ​ປື້​ມ​ໄປ​ຍັງຊົນນະບົດ​” ​ຢູ່​ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ. ນີ້​ແມ່ນ​ໂຄງການ​ໂດຍ UNESCO ​ໄດ້​ມອບ​ລາງວັນ​ລົງ​ລ້າງ​ຄວາມ​ກືກ​ໜັງສື​ສາກົນຢ່າງ​ເປັນ​ທາງ​ການ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ລົບ​ລ້າງ​ຄວາມ​ກືກ​ໜັງສື​ສາກົນ ​ໃນ​ວັນ​ທີ 9/9 ຜ່ານ​ມາ. ອ້າຍ ຫງວຽນ​ກວາງ​ແທກ ຜູ້​ຕາງ​ໜ້າ​ໃຫ້​ບັນດາ​ຜູ້​ເລີ່​ມດຳ​ເນີນ​ໂຄງການດັ່ງກ່າວ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ມີ​ຫລາຍ​ຍຸດ​ທະ​ສາດ​ລະອຽດ​ທີ່​ສຸດ, ນັ້ນ​ແມ່ນ​ໄປ​ເຖິງ​ບັນດາ​ໂຮງຮຽນ, ພ້ອມ​ກັບ​ໂຮ​ງຮຽນ​​ຂົນຂວາຍ​ພໍ່​ແມ່​ນັກຮຽນ​ເຂົ້າ​ຮ່ວມ. ພວກ​ຂ້າພະ​ເຈົ້າ​ໄດ້​​ແຈ້ງ​ໃຫ້​ເຂົາ​ເຈົ້າ​ຮູ້​ວ່າ ປີ​ໜຶ່ງ​ຖ້າ​ໝູນ​ໃຊ້​ຮູບ​ແບບ​ຕູ້​ປື້​ມ​ໃນ​ຫ້ອງ​ຮຽນ ​ເຂົາ​ເຈົ້າ​ພຽງ​ແຕ່​ປະກອບ​ເງິນ 50 ພັນ​ດົ່ງ​ເທົ່າ​ນັ້ນ ​ແຕ່​ລູກ​ຂອງ​ເຂົາ​ເຈົ້າ​ພັດ​ໄດ້​ອ່ານ​ປື້​ມມີ​ມູນ​ຄ່າ​ແຕ່ 1,5  - 2 ລ້ານ​ດົ່ງ. ​ເມື່ອ​ເລີ່​ມຕົ້ນ​ປະຕິບັດ ນັບ​ແຕ່​ໂຮງຮຽນ​​ແຫ່ງ​ໜຶ່ງ​ໄດ້​ແຜ່​ຂະຫຍາຍ​ອອກ​ເປັນ​ສິບ, ​ເປັນຮ້ອຍ​ແຫ່ງ​ທີ່​ໄດ​້ນຳ​ໃຊ້​ຮູບ​ແບບ​ຕູ້​ປື້​ມພໍ່​ແມ່​ນັກຮຽນ, ຕູ້​ປື້​ມຂອງ​ຫ້ອງ​ຮຽນ. ສິ່ງ​ທີ່​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ທີ່​ສຸດ ນັ້ນ​ແມ່ນ​ພາຍຫລັງ​ເຂົ້າ​ຮ່ວມການ​​ຍ່າງ ຮ່າ​ໂນ້ຍ - ​ໄຊ​ງອນ ຂອງ​ຂ້າພະ​ເຈົ້າ, ຊາວ ຫວຽດນາມ ຫລາຍ​ຄົນ​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ໄດ້​ຄິດ​ວ່າ ​ເຂົາ​ເຈົ້າ​ຕ້ອງ​ເຮັດ​ຫຍັງ​ໃຫ້​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ”.

 

 

ຂ່າວ/ບົດ​ອື່ນ