ເຊັນຂໍ້ຕົກລົງຮ່ວມມືຕໍ່ສູ້ປ້ອງກັນ,ຕ້ານອາດຊະຍາກຳຢາເສບຕິດຫວຽດນາມ-ໄທ

ເຊັນຂໍ້ຕົກລົງຮ່ວມມືຕໍ່ສູ້ປ້ອງກັນ,ຕ້ານອາດຊະຍາກຳຢາເສບຕິດຫວຽດນາມ-ໄທ - ảnh 1
ພິທີລົງ​ນາມ​ຂໍ້​ຕົກລົງ​​ການ​ຮ່ວມ​ມືປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ຫວຽດນາມ - ໄທ

 (vovworld) – ​ໃນ​ຂອບ​ເຂດກອງປະຊຸມຂັ້ນ​ລັດຖະມົນ​ຕີ ​ແລະ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບັນດາ​ປະ​ເທດ​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ​ກ່ຽວ​ກັບ​ການປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ຕອນຄ່ຳ​ວັນ​ທີ 20/5, ຢູ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດຫວຽດນາມ ​ແລະ ກະຊວງ​ຕຸລາກ​ານ ​ໄທ ​ໄດ້​ຈັດ​ຕັ້ງ​ພິທີລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ປະຕິບັດ​ກົດໝາ​ຍ ​ແລະ ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ. ທ່ານພົນ​ໂທ ​ເລກ​ກຸ໋ຍ​ເວື​ອງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດຫວຽດນາມ ​ແລະ ພົນ​ເອກ ​ໄພ​ບຸນ ຄຸ໋ມຈາ​ຢາ ລັດຖະມົນຕີ​ກະຊວງ​ຍຸຕິທຳ ​ໄທ ​​​ໄດ້ເຂົ້າ​ຮ່ວມພິທີ​ດັ່ງກ່າວ.

           ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ ​ແລະ ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ລະຫວ່າງຫວຽດນາມ ​ແລະ ​ໄທ ໄດ້​ຮັບ​ການລົງ​ນາມ​ບົນ​ພື້ນຖານ​ສ້າງ​ບັນດາ​ແຜນການ, ​ໂຄງການຮ່ວມ​ມື​ລະຫວ່າງ​ຫ້ອງການປະຈຳການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ​ແລະ ຢາ​ເສບ​ຕິດຫວຽດນາມ ​ແລະ ຫ້ອງ​ການ​ຄະນະ​ກຳ​ມະ​ການ​ຄວບ​ຄຸມ​ຢາ​ເສບ​ຕິດໄທ ​ໂດຍ​ອີງ​​ໃສ່​ຄວາມ​ຕ້ອງການ​ຕົວ​ຈິງ​ຂອງ​ບັນດາ​ກຳລັງ​ປ້ອງ​ກັນ,ຕ້ານ​ຢາ​ເສບ​ຕິດ​ພາບ​ໃນ​ປະ​ເທດ. ຜ່ານ​​ຂໍ້​ຕົກລົງ, ລັດຖະບານ​ໄທ ຈະ​ໜູນ​ຊ່ວຍ​​ດ້ານ​ເຕັກ​ນິດ ​ແລະ ການ​ເງິນ​ໃຫ້​ແກ່​ບັນ​ດາອົງການປະຕິບັດ​ກົດໝາຍກ່ຽວ​ກັບການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຂອງ ຫວຽດນາມ, ປະກອບສ່ວນ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບ​ມື​ກັບການ​ເຄື່ອນ​ໄຫວ​ຜະລິດ, ຊື້ - ຂາຍຢາ​ເສບ​ຕິດຢ່າງ​ຜິດ​ກົດໝາຍ​​ໃຫ້ມີ​ປະສິດ​ທິຜົນ.
ຂ່າວ/ບົດ​ອື່ນ