ເຊັນຍຸດທະສາດລະຫວ່າງວິສາຫະກິດຫວຽດນາມ-ລາວ

ເຊັນຍຸດທະສາດລະຫວ່າງວິສາຫະກິດຫວຽດນາມ-ລາວ - ảnh 1
ການເຊັນສັນຍາລະຫວ່າງ 2 ວິສາຫະກິດ

(vovworld) – ​ໂດຍ​ນອນ​ໃນ​ໂຄງການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ແຂວງ ຈຳປາ​ສັກ, ຕອນ​ບ່າຍ​ວັນ​ທີ​ 22/3, ຢູ່​ນະຄອນ ​ໂຮ່ຈີ​ມິນ, ກຸ່ມ​ບໍລິສັດ ດາວ​ເຮືອງ ຂອງ​ລາວ ​ແລະ ບໍ​ລິ​ສັດ​ຈຳໜ່າຍ Blue Star ຂອງ ຫວຽດນາມ ​ໄດ້​ເຊັນ​ຍຸດ​ທະ​ສາດ​ລະຫວ່າງ 2 ວິ​ສາ​ຫະກິດ. ຕາມ​ການ​ເຊັນ​ສັນຍາ​ແລ້ວ, ບໍລິສັດ​ຫຸ້ນ​ສ່ວນ​ຈຳໜ່າຍ Blue Star ຂອງ​ຫວຽດນາມ ​ໄດ້​ຮັບຜິດຊອບ​ຈຳໜ່າຍ​ເອກະສິດ​ບັນດາ​ຜະລິດ​ຕະພັນ​ຂອງ Dao Coffe ຂອງ​ລາວ ຢູ່ ຫວຽດນາມ. ກຸ່ມ​ບໍລິສັດ ດາວ​ເຮືອງ ຈະ​ສະໜອງ​ຜະລິດ​ຕະພັນ​​ເຄື່ອງໝາຍ Dao Coffe ຮັບປະກັນ​ຄຸນ​ນະພາ​ບ​​ເພື່ອໃຫ້​ Blue Star ຈຳ​ໜ່າຍ​ເຖິງ​ບັນດາ​ຕົວ​ແທນ​ຈຳໜ່າຍ ​ແລະ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ. ຜ່ານ​ໂຄງການ​ຮ່ວມ​ມື​ນີ້, ກຸ່ມ​ບໍລິສັດ ດາວ​ເຮືອງ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ແມ່ນ​ຫົວ​ຕໍ່​ໜູນ​ຊ່ວຍ, ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ບໍລິສັດ​ຫຸ້ນ​ສ່ວນ Blue Star ດຳ​ເນີນ​ທຸລະ​ກິດ ​ແລະ ຈຳໜ່າຍ​ຜະລິດ​ຕະພັນ, ​ເຂົ້າໜົມ, ​ທັນ​ຍາ​ຫານ​ຂອງ​ຫວຽດນາມ ຢູ່ ລາວ.

    ປະຈຸ​ບັນ, ​ແຂວງ ຈຳປາ​ສັກ​ມີ 17 ປະ​ເທດ​ໃນ​​ໂລກ​ມາ​ລົງທຶນ, ​ໃນ​ນັ້ນ ຫວຽດນາມ ​ແມ່ນ​ປະ​ເທດ​ມີ​ຈຳນວນ​ເງິນ​ລົງທຶນ​ສູງ​ສຸດ, ກວດ 42%. ສະ​ເພາະ​ນະຄອນ ​ໂຮ່ຈີ​ມິນ, ມີ 9 ​ໂຄງການ​ຂອງ​ວິ​ສາ​ຫະກິດ​ພວມ​ລົງທຶນ​ຢູ່​ແຂວງ​ນີ້.

 


ຂ່າວ/ບົດ​ອື່ນ