ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮັກສາສັນຕິພາບລະຫວ່າງ​ກະຊວງ​ປ້​ອງກັນ​ປະ​ເທດຫວຽດນາມ ​ແລະ ອາ​ເມ​ລິ​ກາ

ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮັກສາສັນຕິພາບລະຫວ່າງ​ກະຊວງ​ປ້​ອງກັນ​ປະ​ເທດຫວຽດນາມ ​ແລະ ອາ​ເມ​ລິ​ກາ   - ảnh 1
(ກະຊວງ​ປ້​ອງກັນ​ປະ​ເທດຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​
ປະ​ເທດ​ອາ​ເມ​ລິ​ກາ ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ
​ການ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ)

(vovworld) –  ວັນ​ທີ 7/7, ຢູ່​ນະຄອນຫຼວງ ວໍ​ຊິ​ງຕັນ, ​ໄດ້​ດຳ​ເນີນພິທີ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ ລະຫວ່າງ​ກະຊວງ​ປ້​ອງກັນ​ປະ​ເທດຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ. ພົນ​​ໂທ ຫງວຽນ​ຈີ໋ວີ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ທ່ານ David Shear, ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​​ ຮັບຜິດຊອບ​ບັນດາ​ບັນຫາ​ປ້ອງ​ກັນຄວາມ​ສະຫງົບ​ປອດ​ໄພ​ໃນພາກ​ພື້ນອາຊີ-​ປາຊີ​ຟິກ, ​ເປັນ​ປະທານ​ຮ່ວມ​ພິທີ​ລົງ​ນາມ. ​ເນື້ອ​ໃນ​ຕົນ​ຕໍ​ຂອງ​ບົດ​ບັນທຶກ​ຊ່ວຍ​ຈຳ​ ແມ່ນຊຸກຍູ້​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ​ໃນ​ບັນດາ​ຂົງ​ເຂດ​ທີ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ​ຄື ​ເພີ່ມ​ທະວີ​ການ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ ​ແລະ ທັກ​ສະ​​ເຄື່ອນ​ໄຫ​ວຢູ່​ບັນດາຄະນະ​ຜູ້ຕາງໜ້າສະຫະ​ປະຊາ​ຊາດ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງສ່ວນ​ບຸກຄົນ ​ແລະ ກົມ​ກອງ​ໃນ​ການ​ການ​ຝຶກ​ອົບຮົມ​ຜັນ​ຂະຫຍາຍ, ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໃຫ້​ກຳລັງ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ…ກ່າວ​ຄຳ​ເຫັນ​ທີ່​ພິທີ, ພົນ​ໂທ ຫງວຽນ​ຈີ໋ວີ້ງ ຢືນຢັນ​ວ່າ: ດ້ວຍ​ເລື່ອງ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ອາເມ​ລິ​ກາ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ, ການ​ພົວພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ 2 ຝ່າຍ ​ໄດ້​ພັດທະນາຂຶ້ນ​ສູ່​ລະດັບສູງ​ໃໝ່; ​ເມື່ອ 2 ປະ​ເທດ​ພ້ອມ​ກັນ​ໃຫ້​ຄຳ​ໝັ້ນ​ສັນຍາ ​ເພື່ອ​ເປົ້າ​ໝາຍ​​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງປະກອບ​ອາວຸດ, ​ເພື່ອ​ສັນຕິ​ພາບ, ສະຖຽນ​ລະ​ພາບຂອງ​ປະ​ເທດທີ 3, ​ເພື່ອ​ຄວາມ​ຮັບຜິດຊອບລວມ​ໃນ​ຖານະ​​ເປັນ​ບັນດາປະ​ເທດ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ສະຫະ​ປະຊາ​ຊາດ.


ຂ່າວ/ບົດ​ອື່ນ