ເຊີນ​ລາ ຈັດ​ວັນ​ບຸນ Startup ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ເປັນ​ຄັ້ງ​ທຳ​ອິດ

(VOVWORLD) -Techfest Son La ລວມມີການເຄື່ອນໄຫວຄື: ການໂອ້ລົມສົນທະນາ, ກອງປະຊຸມສຳມະນາ, ບັນດາການເຄື່ອນໄຫວເຊື່ອມຕໍ່; ສົນທະນາແບບລົງເລິກລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ນັກຊ່ຽວຊານ ແລະ ວິສາຫະກິດກ່ຽວກັບການກຳນົດທິດພັດທະນາ ເພື່ອແກ້ໄຂບັນຫາສົ້ນອອກສິນຄ້າກະເສດ ແລະ ກຳລັງຄວາມສາມາດແກ້ງແຍ້ງ, ເປັນເຈົ້າການສົ້ນເຂົ້າ. 
ເຊີນ​ລາ ຈັດ​ວັນ​ບຸນ Startup ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ເປັນ​ຄັ້ງ​ທຳ​ອິດ - ảnh 1ພິທີໄຂ Techfest Son La (ພາບ: qdnd.vn)

ວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງຄັ້ງທຳອິດ ປີ 2022 ຂອງແຂວງເຊີນລາ (Techfest Son La) ດ້ວຍຫົວຂໍ້ “ການບຸກທະລຸໃນທ່າມກາງພູຜາປ່າໄມ້” ເຊິ່ງດຳເນີນໃນເວລາສອຄື: ວັນ ແຕ່ວັນທີ 04 – 05 ມິຖຸນາ. ເຫດການດັ່ງກ່າວຖືກຈັດຂຶ້ນເພື່ອແນໃສ່ກຳນົດທິດຊຸກຍູ້ການສ້າງລະບົບຊີວະພາບປ່ຽນແປງໃໝ່ປະດິດຄິດສ້າງ ແລະ Startup ຕິດພັນກັບການຂຸດຄົ້ນທ່າແຮງຂອງທ້ອງຖິ່ນ.

Techfest Son La ລວມມີການເຄື່ອນໄຫວຄື: ການໂອ້ລົມສົນທະນາ, ກອງປະຊຸມສຳມະນາ, ບັນດາການເຄື່ອນໄຫວເຊື່ອມຕໍ່; ສົນທະນາແບບລົງເລິກລະຫວ່າງທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ນັກຊ່ຽວຊານ ແລະ ວິສາຫະກິດກ່ຽວກັບການກຳນົດທິດພັດທະນາ ເພື່ອແກ້ໄຂບັນຫາສົ້ນອອກສິນຄ້າກະເສດ ແລະ ກຳລັງຄວາມສາມາດແກ້ງແຍ້ງ, ເປັນເຈົ້າການສົ້ນເຂົ້າ. Techfest Son La ຍັງແມ່ນໂອກາດເພື່ອແນະນຳ, ໂຄສະນາບັນດາຜະລິດຕະພັນ Startup, ຜະລິດຕະພັນ OCOP ແລະ ຜະລິດຕະພັນທີ່ພົ້ນເດັ່ນຂອງແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ