ເຊີນ​ລາ: ຕ້ອນ​ຮັບ​ນັກ​ສຶກ​ສາ​ລາວ​ເກືອບ 1.400 ຄົນ ກັບ​ຄືນມາ​ຮຽ​ນ

(VOVWORLD) -ວັນທີ 17 ມິຖຸນາ, ແຂວງເຊີນລາໄດ້ຈັດຕັ້ງການຕ້ອນຮັບນັກສຶກສາລາວ ເກືອບ 1.400 ຄົນທີ່ພວມຮ່ຳຮຽນຢູ່ຕາມມະຫາວິທະຍາໄລ ແລະ ວິທະຍາໄລແຫ່ງຕ່າງໆໃນບໍລິເວນແຂວງ ກັບມາຮຽນ.
ເຊີນ​ລາ: ຕ້ອນ​ຮັບ​ນັກ​ສຶກ​ສາ​ລາວ​ເກືອບ 1.400 ຄົນ ກັບ​ຄືນມາ​ຮຽ​ນ - ảnh 1ບັນດາກຳລັງທະຫານປ້ອງກັນຊາຍແດນ, ນັກການແພດ ແລະ ບັນດາໂຮງຮຽນທີ່ມີນັກສຶກສາລາວພວມຮ່ຳຮຽນຢູ່ນັ້ນໄດ້ປະຕິບັດຂັ້ນຕອນຕ້ອນຮັບຕາມຂໍ້ກຳນົດ  (ພາ-: baotainguyenmoitruong.vn)

ຢູ່ເຂດດ່ານຊາຍແດນ ຈ່ຽງເຄືອງ, ເມືອງຊົງມາ, ແຂວງເຊີນລາ, ບັນດາກຳລັງທະຫານປ້ອງກັນຊາຍແດນ, ນັກການແພດ ແລະ ບັນດາໂຮງຮຽນທີ່ມີນັກສຶກສາລາວພວມຮ່ຳຮຽນຢູ່ນັ້ນໄດ້ປະຕິບັດຂັ້ນຕອນຕ້ອນຮັບຕາມຂໍ້ກຳນົດ. ຕາມນັ້ນແລ້ວ, ມີນັກສຶກສາລາວເກືອບ 350 ຄົນທີ່ມາຈາກແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ ໄດ້ ວັດແທກອຸນຫະພູມຮ່າງກາຍ, ແຈ້ງອາການສຸຂະພາບ ແລະ ປະຕິບັດລະບຽບການເຂົ້າເມືອງ.        ປັດຈຸບັນ, ທາງແຂວງໄດ້ຈັດຕັ້ງ ເຂດແຍກຕົວ 3 ແຫ່ງຢູ່ຕາມຫໍພັກຂອງໂຮງຮຽນ.

ຕອບກັບ

ຂ່າວ/ບົດ​ອື່ນ