ເຊັນສັນຍາຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ-Mozambiq

ເຊັນສັນຍາຮ່ວມມືດ້ານກະສິກຳລະຫວ່າງຫວຽດນາມ-Mozambiq - ảnh 1
ພາບປະກອບ

(vovworld) – ສັນ​ຍາ​ຮ່ວມ​ມື​ຄົ້ນ​ຄ້ວາ, ຂະຫຍາຍຕົ້ນ​ໄມ້​ສະບຽງ​ອາຫານຢູ່ Mozambiq ​ໄລຍະ 2013 – 2017 ​ໄດ້​ລົງ​ນາມ​ໃນ​ຕອນ​ເຊົ້າ​ວັນ​ທີ 11/3, ຢູ່ ຮ່າ​ໂນ້ຍ ລະຫວ່າງ​ກະຊວງ​ກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ແລະ ສະຖານທູດ Mozambiq ປະຈ​ຳ ຫວຽດນາມ. ສັນຍາ​ນີ້​ເພື່ອ​ແນ​ໃສ່​ບຳລຸງ​ສ້າງ​ພະນັກງານ​ຄົ້ນ​ຄ້ວາ ​ແລະ ສ້າງ​ຮູບ​ແບບ ຕົ້ນ​ໄມ້​ສະບຽງ​ອາຫານຊ່ວຍ​ໃຫ້ Mozambiq ຍູ້​ແຮງ​ການ​ຜະລິດ​ກະສິກຳ​ເພື່ອ​ເພີ່ມ​ທະວີ​ຄຸນ​ນະພາ​ບ​ເຂົ້າສານ, ຫລຸດ​ຜ່ອນປະລິມານ​ເຂົ້າສານ​ນຳ​ເຂົ້າ, ພ້ອມ​ທັງ​ທົດ​ລອງ​ບັນດາ​ຮູບ​ແບບ​ຂະຫຍາຍ​ການ​ປູກ​ມັນ​ດ້າງ, ຜັກ ຊະນິດ​ຕ່າງໆ.​.​.​ ​ເພື່ອ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ​ເພີ່ມ​ລາຍ​ຮັບ​ໃຫ້​ຊາວ​ກະສິກອນ Mozambiq.

    ​ໄລຍະ​ຜ່ານ​ມາ, ຫວຽດນາມ ​ແລະ Mozambiq ​ໄດ້​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ກາ​ນຮ່ວມ​ມື​ດ້ານ​ກະສິກຳ. ຕາມ​ສັນຍາ​ດັ່ງກ່າວ, ຫວຽດນາມ ຊ່ວຍ Mozambiq ປະຕິບັດ​ໂຄງການ “ຮ່ວມ​ມື​ຄົ້ນ​ຄ້ວາ​ຂະຫຍາຍຕົ້ນ​ໄມ້​ສະບຽງ​ອາຫານໄລຍະ 2013 - 2017”, ສະ​ແດງ​ຄວາມ​ຕັດສິນ​ໃຈ​ລະຫວ່າງ 2 ປະ​ເທດ​ໃນ​ການ​ຊຸກຍູ້​ກາ​ນຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ.

ຂ່າວ/ບົດ​ອື່ນ