ເຊັນສັນຍາຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມແລະວິທະຍຸກະຈາຍສຽງແຫ່ງຊາດລາວ

ເຊັນສັນຍາຮ່ວມມືລະຫວ່າງວິທະຍຸກະຈາຍສຽງຫວຽດນາມແລະວິທະຍຸກະຈາຍສຽງແຫ່ງຊາດລາວ - ảnh 1
ພິທີເຊັນຍັນຍາ​ຮ່ວມ​ມື​ລະຫວ່າງວິທະຍຸ​ກະຈາຍສຽງ​ ຫວຽດນາມ ແລະ​
ວິທະຍຸ​ກະຈາຍສຽງ​​ແຫ່ງ​ຊາດ ລາວ ​ໄລຍະ 2016 – 2018

(vovworld) - ຕອນ​ບ່າຍ​ວັນ​ທີ 10/8, ຢູ່​ນະຄອນຫລວງ ວຽງ​ຈັນ ​ໄດ້​ດຳ​ເນີນ​ພິທີ​​​​ເຊັນ​ສັນຍາ​ຮ່ວມ​ມື​ລະຫວ່າງວິທະຍຸ​ກະຈາຍສຽງ​ ຫວຽດນາມ ແລະ​ ວິທະຍຸ​ກະຈາຍສຽງ​​ແຫ່ງ​ຊາດ ລາວ ​ໄລຍະ 2016 – 2018. ຕາມ​ສັນຍາ​ໃໝ່​ນີ້ 2 ຝ່າຍ​ຈະ​ເພີ່ມ​ທະວີ​ການ​ອອກ​ອາກາດ​ບັນດາ​ຂ່າວ, ບົດ​ ​ແລະ ບັນດາລາຍການກ່ຽວ​ກັບ​ບັນດາ​ຜົນງານ​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ແຕ່ລະ​ປະ​ເທດ. ວິທະຍຸ​ກະຈາຍສຽງ​ ຫວຽດນາມ ພ້ອມ​ແລ້ວ​ໃຫ້ການ​ຊ່ວຍ​ເຫຼືອ​ວິທະຍຸ​ກະຈາຍສຽງ​​ແຫ່ງ​ຊາດ ລາວ ​ໃນ​ການ​ກໍ່ສ້າງ​ນັກ​ຂ່າວ, ບັນນາທິການ ​ແລະ ພະນັກງານ​ເຕັກນິກ​ໃນ​ແຕລະ​ປີ. ທ່ານ​ອຳນວຍ​ການ​ໃຫຍ່​ວິທະຍຸ​ກະຈາຍສຽງ ຫວຽດນາມ ຫງວຽນດັງຕ໋ຽນ ຢືນຢັນ​ວ່າ​:

        “ ຂ້າພະ​ເຈົ້າ​ຊົມ​ເຊີຍ​ເລື່ອງ 2 ວິທະຍຸ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ໃນ​ໄລຍະ​ໃໝ່, ຜ່ານ​ນັ້ນ ກໍເປັນ​ກອບ​ກົດໝາຍຊ່ວຍສາຍ​ພົວພັນ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ລວງ​ເລິດ ​ແລະ ມີ​ປະສິດທິ​ຜົນ. ຂະ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ​ເຫດການ​ນີ້​ຈະ​ໄຂ​ໄລຍະ​ພັດທະນາ​ໃໝ່​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພະ​ລິ​ກິດ​ປ່ຽນ​ໃໝ່​ຢູ່​ແຕ່ລະປະ​ເທດ ​ແນະນຳ​ກາ​ນພົວພັນ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່”.

 

ຂ່າວ/ບົດ​ອື່ນ