ເຊັນສັນຍາຮ່ວມມືເຕີບໂຕຂຽວແລະນຳໃຊ້ຊັບພະຍາກອນສິ່ງແວດລ້ອມແບບຍືນຍົງ

ເຊັນສັນຍາຮ່ວມມືເຕີບໂຕຂຽວແລະນຳໃຊ້ຊັບພະຍາກອນສິ່ງແວດລ້ອມແບບຍືນຍົງ - ảnh 1
ພິທີລົງນາມຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ ​ແລະ ນຳ​ໃຊ້​ຊັບພະຍາກອນ​ສິ່ງ​ແວ​ດລ້ອມ​ໄລຍະ​ແບບ​ຍືນ​ຍົງ 2014 – 2016
(ພາບ: qdnd.vn)

(vovworld) – ວັນ​ທີ ​3/4, ຢູ່​ຮ່າ​ໂນ້ຍ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມຫວຽດນາມ ​ແລະ ກອງ​ທຶນ Hanns – Seidel (HSF - ​ເຢຍລະ​ມັນ) ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ ​ແລະ ນຳ​ໃຊ້​ຊັບພະຍາກອນ​ສິ່ງ​ແວ​ດລ້ອມ​ໄລຍະ​ແບບ​ຍືນ​ຍົງ 2014 – 2016.

    ທີ່​ພິທີ​ລົງ​ນາມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ ​ເຈີ່ນ​ຮົ່ງຮ່າ ຊີ້​ແຈ້ງວ່າ: ສິ່ງ​ແວດ​ລ້ອມ​ແມ່ນ​ການ​ທ້າ​ທາ​ຍ​ໃຫຍ່​ຂອງ​ຫວຽດນາມ ​ໃນ​ວິວັດທະນາ​ການ​ພັດທະນາ​ແບບ​ຍືນ​ຍົງ. ສິ່ງ​ແວດ​ລ້​ອມຢູ່ ຫວຽດນາມ ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ມົນ​ລະ​ພິດ​ແຫຼ່ງນ້ຳ, ດິນ, ອາກາດ. ​ໃນ​ຂະນະ​ນັ້ນ​, ວຽກ​ງານ​ວາງ​ແຜນ, ກຳຈັດ​ສິ່ງ​​​ເສດ​ເຫຼືອ​ຢູ່​ບັນດາ​ທ້ອງ​ຖີ່​ນ, ​​ເຕັກ​ໂນ​ໂລ​ຢີ​ຍັງ​ອ້ອນດ້ອຍຢູ່. ອັດຕາ​ປ່າ, ລະບົບ​ຊີວະ​ນາໆ​ພັນ, ສັດສາ​ວາ​ສິ່ງ ພວມ​ຫລຸດ​ລົງ​ຢ່າງ​ໄວວາ. ສະພາບ​​ຕົວ​ຈິງ​ນີ້​ຮຽກຮ້ອງ​ໃຫ້ມີການ​ເຂົ້າ​ຮ່ວມ​ຂອງ​ທົ່ວ​ສັງ​ຄົມ ​ແລະ ຕ້ອງການ​​ໄດ້​ຮັບການ​ໜູນ​ຊ່ວຍ​ຈາກບັນດາ​ອົງການ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ຮອງ​ລັດຖະມົນຕີ ກໍ່​ສະ​ເໜີ​​ໃຫ້​ມີການ​ຮ່ວມ​ມື​ຂອງ​ກອງ​ທຶນ Hanns – Seidel, ​ໂດຍ​ອີງ​ໃສ່​ພື້ນຖານ​​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ, ໜູນ​ຊ່ວຍ ຫວຽດນາມ ​ໃນ​ວິວັດທະນາ​ການ​ຫັນປ່ຽນ​ຮູບ​ແບບ​ເສ​ດຖະກິດ, ຈາກ​ພື້ນຖານ​ເສດຖະກິດທີ່​ອີງ​ໃສ່​ການຂຸດ​ຄົ້ນ​ຊັບພະຍາກອນ ຫັນ​ເປັນ​ພື້ນຖານ​ເສດຖະກິດ​ຂຽວ, ຮັບ​ປະກັນ​ການ​ພັດທະນາ​ແບບ​ຍືນ​ຍົງ.

 


ຂ່າວ/ບົດ​ອື່ນ