ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່: ຈຳນວນຜູ້ເສຍຊີວິດຢູ່ຈີນ ສືບຕໍ່ເພີ່ມຂຶ້ນ

(VOVWORLD) -ວັນທີ 31 ມັງກອນ, ຈຳນວນກໍລະນີເສຍຊີວິດຍ້ອນຕິດເຊື້ອຈຸລະໂລກສາຍພັນໃໝ່ (ຫຼືເຊື້ອໄວຣັດ corona) ຢູ່ຈີນ ໄດ້ເພີ່ມຂຶ້ນເປັນ 213 ຄົນແລ້ວ

ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່: ຈຳນວນຜູ້ເສຍຊີວິດຢູ່ຈີນ ສືບຕໍ່ເພີ່ມຂຶ້ນ - ảnh 1

ເຊື້ອຈຸລະໂລກສາຍພັນໃໝ່ (ຫຼືເຊື້ອໄວຣັດ corona) 

(ພາບ: CNN)

ພາຍຫຼັງທີ່ອຳນາດການປົກຄອງແຂວງ ຮູເປີຍ, ເຂດເກີດເຊື້ອຈຸລະໂລກສາຍພັນໃໝ່ ແຈ້ງວ່າ ມີຜູ້ເສຍຊີວິດຕື່ມອີກ 42 ຄົນ. ຄຽງຂ້າງນັ້ນ, ອຳນາດການປົກຄອງແຂວງ ຮູເປີຍ ກໍ່ຢັ້ງຢືນວ່າ ມີ 1.220 ກໍລະນີຖືກຕິດເຊື້ອຈຸລະໂລກສາຍພັນໃໝ່ຕື່ມອີກ. ບັນດາຕົວເລກດັ່ງກ່າວໄດ້ປະກາດໃຊ້ພາຍຫຼັງທີ່ອົງການອະນາໄມໂລກ (WHO) ປະກາດສະພາບເປັນສະພາວະສຸກເສີນທົ່ວໂລກກ່ຽວກັບເຊື້ອພະຍາດທີ່ເຮັດໃຫ້ເກີດມີກໍລະນີເສຍຊີວິດພວມແຜ່ລາມອອກໄປສູ່ 18 ປະເທດໃນທົ່ວໂລກ ເປັນເວລາ 2 – 3 ຊົ່ວໂມງ. ນີ້ກໍ່ໄດ້ຮັບຖືວ່າແມ່ນສັນຍານຊີ້ໃຫ້ເຫັນວ່າ ຈຳນວນຜູ້ເສຍຊີວິດຍັງຈະສືບຕໍ່ເພີ່ມຂຶ້ນໃນແຕ່ລະມື້, ເຖິງວ່າມີບັນດາມາດຕະການປ້ອງກັນທີ່ບໍ່ເຄີຍມີມາກ່ອນໄດ້ຮັບການຜັນຂະຫຍາຍຢູ່ແຂວງ ຮູເປີຍ ກ່ອນນີ້ 1 ອາທິດກໍ່ຕາມ.

          ວັນທີ 31 ມັງກອນ, ບັນດາບໍລິສັດການບິນ Egyptair ຂອງອີຢິບ, ບໍລິສັດການບິນ Korean Air ຂອງສ.ເກົາຫຼີ, ບໍລິສັດການບິນ Air France ຂອງຝລັ່ງ ໄດ້ແຈ້ງວ່າ ຈະຢຸດຕິບາງສາຍການບິນທີ່ບິນໄປ - ມາຈາກບັນດາປະເທດດັ່ງກ່າວກັບຈີນ ນັບແຕ່ວັນທີ 01 – 02 ກຸມພາ ເປັນຕົ້ນໄປ.

          ແລະກໍ່ໃນວັນດຽວກັນ, ອັງກິດ ແຈ້ງໃຫ້ຊາບວ່າ ໄດ້ຢຸດຕິແຜນການຍົກຍ້າຍພົນລະເມືອງຂອງປະເທດນີ້ປະມານ 200 ຄົນພວມຢູ່ ອູຫັ້ນ, ຍ້ອນວ່າ ຍັງບໍ່ທັນໄດ້ຮັບການອະນຸຍາດຈາກ ປັກກິງ ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ