ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່: ຈຳນວນຜູ້ເສຍຊີວິດຢູ່ຈີນຂຶ້ນເປັນ 304 ຄົນແລ້ວ

(VOVWORLD) -ຕອນຄ່ຳວັນທີ 1 ກຸມພາ, ເຈົ້າໜ້າທີ່ແຂວງ ຮູເປີຍ, ປະເທດຈີນ ໄດ້ອອກແຈ້ງການວ່າ ແຂວງນີ້ ໄດ້ມີກໍລະນີຜູ້ເສຍຊີວິດຍ້ອນເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ຕື່ມອີກ 45 ຄົນ, ຍົກຈຳນວນຜູ້ເສຍຊີວິດຢູ່ຈີນຂຶ້ນເປັນ 304 ຄົນແລ້ວ. 
ເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່: ຈຳນວນຜູ້ເສຍຊີວິດຢູ່ຈີນຂຶ້ນເປັນ 304 ຄົນແລ້ວ - ảnh 1ເຈົ້າໜ້າທີ່ຈີນພວມກວດກາສະຖານທີ່ທີ່ມີຄົນເສຍຊີວິດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ໃນວັນທີ 30 ມັງກອນ 2020 (ພາບ: AFP/TTXVN) 

ແຈ້ງການນີ້ໄດ້ອັບເດັດເປັນປະຈຳວັນ, ຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ ກໍ່ຢັ້ງຢືນວ່າ ຢູ່ແຂວງນີ້ຫາກໍ່ພົບເຫັນກໍລະນີຕິດເຊື້ອພະຍາດດັ່ງກ່າວຕື່ມອີກ 1.921 ຄົນ. ເປັນອັນວ່າ, ປັດຈຸບັນ ທົ່ວ ແຂວງ ຮູເປີຍມີ ຜູ້ຕິດເຊື້ອພະຍາດດັ່ງກ່າວ 9.074 ຄົນ, ມີຜູ້ເສຍຊີວິດ 294 ຄົນ ແລະ ຜູ້ໄດ້ຮັບການປິ່ນປົວເຊົາເຈັບ ແລ້ວ 215 ຄົນ.

        ໃນການປ້ອງກັນ, ຕ້ານເຊື້ອພະຍາດຈຸລະໂລກສາຍພັນໃໝ່ (2019 - nCoV), ສະຫະພາບ ເອີລົບ (EU) ໄດ້ສົ່ງ ໂສ້ງເສື້ອປົກປ້ອງທາງການແພດ 12 ໂຕນໄປຍັງ ຈີນ. ຕາມແຫຼ່ງຂ່າວຈາກ ເອີລົບໃຫ້ຮູ້ວ່າ, ພາຍຫຼັງ ຈີນສະເໜີຂໍຄວາມໜູນຊ່ວຍ, ສູນປະສານງານໃນສະພາບການສຸກເສີນ (ERCC) ຂຶ້ນກັບ ຄະນະກຳມະການ ເອີລົບ (EC) ໄດ້ປະກາດໄປຍັງບັນດາປະເທດສະມາຊິກ EU ແລະ ໄດ້ຮັບເຄື່ອງປົກປ້ອງທາງການແພດ ທັງໝົດ 12 ໂຕນ. ປັບຈຸບັນ ຈຳນວນສິນຄ້າດັ່ງກ່າວໄດ້ສົ່ງໄປຍັງປະເທດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ