ເຊື່ອມຕໍ່ ປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ: ແຜ່ກະຈາຍຄວາມຮູ້, ສົ່ງເສີມຄວາມເມົ່າມົວ ສ້າງໂລກ

(VOVWORLD) -ວັນທີ 20/8, ກອງປະຊຸມສຳມະນາວິທະຍາສາດປັນຍາຊົນໜຸ່ມຊາວຫວຽດນາມຢູ່ເອີລົບ ໄດ້ຖືກຈັດຂຶ້ນຄັ້ງທຳອິດຢູ່ ສາທາລະນະລັດ ເຊັກໂກ. ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມ, ນັກສຶກສາ ຫວຽດນາມກວ່າ100 ຄົນທີ່ມາຈາກ 10 ກວ່າປະເທດເອີລົບ
ເຊື່ອມຕໍ່  ປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ: ແຜ່ກະຈາຍຄວາມຮູ້, ສົ່ງເສີມຄວາມເມົ່າມົວ ສ້າງໂລກ - ảnh 1ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາ

        ໃນຂອບເຂດງານ Festival ຊາວໜຸ່ມ ແລະ ນັກສຶກສາຫວຽດນາມຢູ່ເອີລົບ 2022, ວັນທີ 20/8, ກອງປະຊຸມສຳມະນາວິທະຍາສາດປັນຍາຊົນໜຸ່ມຊາວຫວຽດນາມຢູ່ເອີລົບ ໄດ້ຖືກຈັດຂຶ້ນຄັ້ງທຳອິດຢູ່ ສາທາລະນະລັດ ເຊັກໂກ. ກອງປະຊຸມສຳມະນາໄດ້ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມ, ນັກສຶກສາ ຫວຽດນາມກວ່າ100 ຄົນທີ່ມາຈາກ 10 ກວ່າປະເທດເອີລົບ ພ້ອມກັບນັກບັນລະຍາຍຈຳນວນໜຶ່ງທີ່ແມ່ນບັນດາສາດສະດາຈານ, ປອ ຊາວຫວຽດນາມ ທີ່ມາຈາກບັນດາມະຫາວິທະຍາໄລແຖວໜ້າຂອງເອີລົບ.

      ກອງປະຊຸມສຳມະນາເພື່ອແນໃສ່ເຊື່ອມຕໍ່ບັນດານັກປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ ເພື່ອ ແຜ່ກະຈາຍຄວາມຮູ້ ແລະ ສົ່ງເສີມຄວາມເມົ່າມົວ ສ້າງໂລກ ໃຫ້ແກ່ຊາວໜຸ່ມ. ພ້ອມກັນນັ້ນ, ກໍ່ແມ່ນໂອກາດເພື່ອໃຫ້ຊາວໜຸ່ມ ແລະ ນັກສຶກສາຫວຽດນາມ ຢູ່ ເອີລົບ ໄດ້ພົບປະແລກປ່ຽນບົດຮຽນ, ແບ່ງປັນຄວາມຮູ້ ແລະ ປະສົບການໃນພາກຕົວຈິງ.              ທ່ານ ປອ ເຢືອງງວັນມິງ, ອາຈານສອນຢູ່ມະຫາວິທະຍາໄລວິທະຍາສາດທຳມະຊາດໂອຕະລີດກ່າວວ່າ:             

    "ການທີ່ພວກເຮົາສາມາດເຊື່ອມຕໍ່ ບັນດາເພື່ອນມິດຈາກລະບົບມະຫາວິທະຍາໄລທີ່ແຕກຕ່າງກັນ, ເໜືອມະຫາວິທະຍາໄລ ແລະ ຄູອາຈານ,ນັກຄົ້ນຄວ້າໃນມະຫາວິທະຍາໄລ ເອີຣົບແມ່ນວຽກງານທີ່ມີຄວາມຫມາຍທີ່ສຸດ, ໃນເວລາດຽວກັນ, ຜ່ານນັ້ນ, ເຊື່ອມຕໍ່ ແລະ ສ້າງກາລະໂອກາດເພື່ອໃຫ້ບັນດາເພື່ອນໜຸ່ມໄດ້ເຮັດວຽກນຳກັນ ສົມທົບກັນ ແລະ ສະເໜີບັນດາແນວຄວາມຄິດ, ໂຄງການ ທີ່ຈະນຳໃຊ້ໃນ ອະນາຄົດຢູ່ເອີລົບ ແລະ ຫວຽດນາມ.”

ຕອບກັບ

ຂ່າວ/ບົດ​ອື່ນ