ເຊື່ອມ​​ຕໍ່ການປ່ຽນ​ແປງ​ໃໝ່ປະ​ດິດຄິດ​ສ້າງ ແລະ ເລີ່ມ​ຕົ້​ນ​ທຸ​ລະ​ກິດ ​ດ​້ວຍ​ການ​ຄົ້​ນ​ຄ້​ວາ ວິ​ທ​ະ​ຍາ​ສາດ

(VOVWORLD) - ວັນທີ 8 ຕຸລາ, ສະຖານທູດ ອົດສະຕາລີ ໄດ້ສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຈັດຕັ້ງກອງປະຊຸມສຳມະນາ “ເຊື່ອມຕໍ່ການປ່ຽນແປງໃໝ່ປະດິດສ້າງ ແລະ ເລີ່ມຕົ້ນທຸລະກິດດ້ວຍ ວິທະຍາສາດ ແລະ ການຄົ້ນຄ້ວາ”. 

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງ ສັບປະດາທັກສະ ແລະ ການປ່ຽນແປງໃໝ່, ປະດິດຄິດສ້າງໂດຍ ສະຖານທູດ ອົດສະຕາລີຈັດຕັ້ງ ເພື່ອໃຫ້ ບັນດາກະຊວງ, ຂະແໜງການ, ບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ບັນດາສະຫະສະມາຄົມຂະແໜງອາຊີບ ແລະ ບັນດາວິສາຫະກິດຂອງ ຫວຽດນາມແບ່ງປັນຄວາມຫຍຸ້ງຍາກ ໃນການສ້າງລະບົບສະພາບແວດລ້ອມແຫ່ງການປ່ຽນແປງໃໝ່, ປະດິດຄິດສ້າງ, ພ້ອມທັງຊອກຮູ້ ແລະ ຮັບຟັງບັນດາບົດຮຽນຈາກ ອົດສະຕາລີໃນການພັດທະນາເສດຖະກິດ - ສັງຄົມ ໂດຍອີງໃສ່ການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ.

        ທ່ານນາງ  Joanna Wood, ທູດການສຶກສາ ຂອງ ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມຖືວ່າ: ອົດສະຕາລີ ແລະ ຫວຽດນາມ ຄວນປ່ຽນແປງວິທີການຮ່ວມມືເພື່ອສ້າງພື້ນຖານວັດທະນະທຳປ່ຽນແປງໃໝ່, ປະດິດຄິດສ້າງ. ການຮ່ວມມືບໍ່ພຽງແຕ່ແມ່ນການຮ່ວມມືລະຫວ່າງສອງລັດຖະບານເທົ່ານັ້ນ ຫາກຍັງແມ່ນຕ້ອງມີການສະໜິດຕິດພັນລະຫວ່າງບັນດາມະຫາວິທະຍາໄລ, ສະຖາບັນຄົ້ນຄ້ວາ, ສູນປ່ຽນແປງໃໝ່, ປະດິດສ້າງຂອງ ສອງປະເທດອີກດ້ວຍເພື່ອພ້ອມກັນພັດທະນາບົນພື້ນຖານຂອງ ວິທະຍາສາດ ແລະ ເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ