ເຊື່ອມຕໍ່ການເຈລະຈາ ກ່ຽວກັບໂຄງການນິວເຄຼຍຂອງອີຣານ

ເຊື່ອມຕໍ່ການເຈລະຈາ ກ່ຽວກັບໂຄງການນິວເຄຼຍຂອງອີຣານ  - ảnh 1

ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ

(ພາບ:qdnd.vn)

( vovworld ) – ຮອບ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ກຸ້ມ P5+1 ຊື່​ງລວມມີ​ບັນດາ​ປະ​ເທດ​ສະມາຊິກປະຈຳສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ​ຄື​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ອັງກິດ ​ແລະ ​ເຢຍລະ​ມັນ ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ ​ໄດ້​ຖືກໄຂ​ຂຶ້ນ​ຢູ່​ນະຄອນຫຼວງ​ມົດ​ສະ​ກູ ປະ​ເທດ​ລັດ​ເຊຍ ​ເມື່ອ​ວັນ​ທີ 18/6. ຜູ້ຕາງໜ້າ​ບັນດາ​ປະ​ເທດ​ເຂົ້າຮ່ວມ​ການ​ເຈລະຈາ​ຢູ່​ລັດ​ເຊຍ ຫວັງ​ວ່າ ອີຣານ ຈະ​ຢຸດຕິ​ໂຄງການ​ເສີມ​ທາດ​ອູຣານຽມ​ຢູ່​ໃນ​ລະດັບ 20% ຂອງ​ຕົນ​. ບັນດາ​ນັກ​ໄຈ້​ແຍກ​ໃຫ້​ຮູ້​ວ່າ ຖ້າຫາກ​ວ່າ​ຮອບ​ເຈລະຈາ​ຖືກ​ປະລາ​ໄຊ, ຜົນ​ຮ້າຍ​ຈະ​ໜັກໜ່ວງຂຶ້ນ ຍ້ອນ​ວ່າ ກ່ອນ​ນັ້ນ ອິດສະຣາ​ແອນ ​ໄດ້​ນາບ​ຂູ່​ຈະ​ນຳ​ໃຊ້​ມາ​ດຕະການ​ດ້ານ​ການ​ທະຫານ​ຕໍ່​ອີຣານ ຖ້າຫາກ​​ບໍ່​ມີ​ມາດ​ຕະການ​ທາງ​ການ​ທູດ​ໃດໆ​ຖືກ​ຍົກ​ອອກ​ມາ ​ແລະ ສິ່ງ​ດັ່ງກ່າວ​ຈະ​ພາ​ໄປ​ເຖິງ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ, ຍູ້​ລາຄາ​ນ້ຳມັນ​ຂຶ້ນ​ສູງ.

ຂ່າວ/ບົດ​ອື່ນ