ເຊື່ອມຕໍ່ຕາໜ່າງເລີ່ມດຳເນີນທຸລະກິດ (Startup) ປະດິດຄິດສ້າງ ຫວຽດນາມ ກັບທົ່ວໂລກ

(VOVWORLD) - ກົມພັດທະນາການຕະຫລາດ ແລະ ວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີ ສັ້ງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຫາກໍ່ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບ Pegasus Tech Venture (ອົງການຈັດຕັ້ງການສອບເສັງ Startup World Cup) ແລະ Ai20X (ສູນສົ່ງເສີມ Startup ຢູ່ Silicon Valley) ແນໃສ່ເຊື່ອມຕໍ່ຕາໜ່າງ Startup ຫວຽດນາມ ກັບ ທົ່ວໂລກ. 
ເຊື່ອມຕໍ່ຕາໜ່າງເລີ່ມດຳເນີນທຸລະກິດ (Startup) ປະດິດຄິດສ້າງ ຫວຽດນາມ ກັບທົ່ວໂລກ - ảnh 1ພິທີລົງນາມລະຫວ່າງ NATEC ແລະ Pegasus Tech Venture. (ພາບ: DCTK)

ການຮ່ວມມືນີ້ ໄດ້ນຳ ຫວຽດນາມ ເຂົ້າໃນແຜ່ນທີ່ Startup ໂລກຢ່າງເປັນທາງການ. ການເຄື່ອນໄຫວນີ້ ໄດ້ດຳເນີນໃນຂອບເຂດວັນບຸນ Startup ຫວຽດນາມ (Techfest Vietnam) ຢູ່ ອາເມລິກາ ໃນວັນທີ 13 ກັນຍາ ດ້ວຍການເຂົ້າຮ່ວມຂອງນັກປັນຍາຊົນ, ນັກທຸລະກິດ, Startup  ຫວຽດນາມ ກັບບັນດານັກລົງທຶນ, ຊ່ຽວຊານຢູ່ເຂດ Silicon ກ່ວາ 200 ຄົນ. ກ່າວຄຳເຫັນທີ່ພິທີ, ທ່ານ Md Anis Uzzaman, ປະທານ Startup World Cup ແລະ ນັກລົງທຶນຂອງ Pegasus Tech Ventures ໄດ້ສະແດງຄວາມປາດຖະໜາຢາກມາເຂົ້າຮ່ວມບັນດາໂຄງການ, ການສອບເສັງທີ່ມີຄຸນນະພາບຢູ່ ຫວຽດນາມ, ພິເສດແມ່ນ Techfest Vietnam. Techfest Vietnam ແມ່ນວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດ ໄດ້ຈັດຕັ້ງທຸກປີ ພາຍໃຕ້ການເປັນປະທານຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃນຂອບເຂດແຜນຮ່າງ “ໜູນຊ່ວຍລະບົບຊີວະພາບ Startup ປ່ຽນແປງໃໝ່ປະດິດຄິດສ້າງແຫ່ງຊາດຮອດປີ 2025”.

ຕອບກັບ

ຂ່າວ/ບົດ​ອື່ນ