ເຊື່ອມຕໍ່ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ການຄ້າ ແລະ ການລົງທຶນຂະແໜງກະສິກຳ

(VOVWORLD) -ເວທີປາໄສໂດຍມີການເຂົ້າຮ່ວມຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 300 ຄົນ ທີ່ພວມເຮັດວຽກ, ດຳລົງຊີວິດ, ລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນ
ເຊື່ອມຕໍ່ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ການຄ້າ ແລະ ການລົງທຶນຂະແໜງກະສິກຳ - ảnh 1ເວທີປາໄສແບບທາງໄກ ເຊື່ອມຕໍ່ວິສາຫະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: baoquocte.vn)

ຕອນຄ່ຳວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຈັດເວທີປາໄສແບບທາງໄກ ເຊື່ອມຕໍ່ວິສາຫະກິດຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊຸກຍູ້ການຄ້າ ແລະ ການລົງທຶນຂະແໜງກະສິກຳ. ເວທີປາໄສໂດຍມີການເຂົ້າຮ່ວມຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດກວ່າ 300 ຄົນ ທີ່ພວມເຮັດວຽກ, ດຳລົງຊີວິດ, ລົງທຶນຢູ່ພາຍໃນ ແລະ ຕ່າງປະເທດ ຂຶ້ນກັບຫຼາຍຂົງເຂດທີ່ແຕກຕ່າງກັນ, ພ້ອມກັບນັກທຸລະກິດນັບຮ້ອຍຄົນທີ່ພວມເຄື່ອນໄຫວຜະລິດດຳເນີນທຸລະກິດໃນຂົງເຂດກະສິກຳ, ຊົນນະບົດ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເຈິນແທັ່ງນາມ ໃຫ້ຮູ້ວ່າ ຂະແໜງກະສິກຳພວມຫັນປ່ຽນຕາມທິດຍົກສູງມູນຄ່າເພີ່ມ ແລະ ພັດທະນາແບບຍືນຍົງ. ຈຸດເວລານີ້ແມ່ນຈຸດເວລາດີທີ່ສຸດເພື່ອໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມອາໄສຢູ່ຕ່າງປະເທດໃນທົ່ວໂລກ ເຊື່ອມຕໍ່, ສົ່ງເສີມການຄ້າ, ການລົງທຶນໃຫ້ແກ່ກະສິກຳ ຫວຽດນາມ. ທ່ານຮອງລັດຖະມົນຕີ ເຈິນແທັ່ງນາມ, ຢືນຢັນວ່າ:

“ກະຊວງກະສິກຳ ແລະ ພັດທະນາຊົນນະບົດປາດຖະໜາວ່າ ພໍ່ແມ່ປະຊາຊົນຊາວ ຫວຽດນາມ ຈະສືບຕໍ່ເປັນຂົວເຊື່ອມຕໍ່ນຳກະສິກຳຂອງ ຫວຽດນາມ ກ້າວໄປໄກກວ່າໃນລະບົບມູນຄ່າເພີ່ມທົ່ວໂລກ, ພິເສດແມ່ນໃນບັນດາຜະລິດຕະພັນຂອງໂຄງການ ໜຶ່ງຕາແສງ (ບ້ານ) ໜຶ່ງຜະລິດຕະພັນ (OCOP). ພວກຂ້າພະເຈົ້າຫວັງວ່າ ດ້ວຍຄວາມປາດຖະໜາຢາກອ່ວາຍໜ້າເມືອຫາບ້ານເກີດເກີດເມືອງນອນຂອງພໍ່ແມ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຂະແໜງກະສິກຳຂອງ ຫວຽດນາມ ຈະສືບຕໍ່ບັນລຸຜົນງານດ້ານພູມປັນຍາ, ແຫຼ່ງການເງິນຈາກບັນດາປະເທດໃນໂລກ ເພື່ອສູ້ຊົນບັນລຸໜ້າທີ່ເຊິ່ງລັດຖະບານໄດ້ມອບໝາຍໃຫ້ ແມ່ນນຳກະສິກຳ ຫວຽດນາມ ກາຍເປັນມະຫາອຳນາດດ້ານກະສິກຳ ແລະ ກາຍເປັນສູນ logitic ຂອງການຄ້າກະສິກຳທົ່ວໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ