ເຊື່ອມ​ຕໍ່ບັນ​ດາ​ແຫຼ່ງກຳ​ລັງ​ພູມ​ປັນ​ຍາ​ປະ​ກອບ​ສ່ວນ​ຊຸກຍູ້​ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ໄດ້​ສຳ​ຜັດ​ກັບ​ເຕັກ​ໂນ​ໂລ​ຢີ​ໃໝ່

(VOVWORLD) -ວັນທີ 28 ພຶດສະພາ, ກອງປະຊຸມສຳມະນາສາກົນກ່ຽວກັບກະສິກຳປະສິດທິຜົນສູງຢູ່ ຫວຽດນາມ ປີ 2022 ຖືກຈັດຂຶ້ນຕາມຮູບແບບທາງໄກ, ພ້ອມທັງຖ່າຍທອດສົດໃນສື່ສັງຄົມອອນລາຍຂອງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ຫວຽດນາມ - ອົດສະຕາລີ.
ເຊື່ອມ​ຕໍ່ບັນ​ດາ​ແຫຼ່ງກຳ​ລັງ​ພູມ​ປັນ​ຍາ​ປະ​ກອບ​ສ່ວນ​ຊຸກຍູ້​ຂະ​ແໜງ​ກະ​ສິ​ກຳ ຫວຽດ​ນາມ ໄດ້​ສຳ​ຜັດ​ກັບ​ເຕັກ​ໂນ​ໂລ​ຢີ​ໃໝ່ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ (ພາບ: ນັກຂ່າວ VOV ປະຈຳ ອົດສະຕາລິ)

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຂອງບັນດາກະຊວງ, ຂະແໜງການ, ສະຫະສະມາຄົມ, ອົງການຈັດຕັ້ງ, ວິສາຫະກິດ ແລະ ກອງທຶນທີ່ເຄື່ອນໄຫວໃນຂົງເຂດກະສິກຳອັດສະລິຍະ ຢູ່ ຫວຽດນາມ. ພິເສດແມ່ນມີການເຂົ້າຮ່ວມຂອງນັກຄົ້ນຄວ້າ ແລະ ນັກຊ່ຽວຊານແຖວໜ້າໃນຂົງເຂດເຕັກໂນໂລຢີ ແລະ ກະສິກຳອັດສະລິຍະ ທີ່ພວມເຮັດວຽກຢູ່ຫຼາຍປະເທດໃນໂລກ, ໃນນັ້ນມີ ອາເມລິກາ, ອົດສະຕາລີ ແລະ ຫວຽດນາມ…

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລກວັກແຢວງ ໃຫ້ຮູ້ວ່າ, ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສົ່ງອອກຜະລິດຕະພັນກະເສດຂະໜາດໃຫຍ່ໃນໂລກ, ດ້ວຍວົງເງິນສົ່ງອອກຜະລິດຕະພັນກະເສດບັນລຸ 48,6 ຕື້ USD ໃນປີ 2021. ໝູນໃຊ້ເຕັກໂນໂລຢີສູງເຂົ້າໃນກະສິກຳແມ່ນຄວາມຕ້ອງການຮີບດ່ວນໃນປັດຈຸບັນ ເພື່ອນຳຂະແໜງກະສິກຳຫວຽດນາມ ເຕີບໂຕພັດທະນາແບບຍືນຍົງ.

“ການປະຕິວັດອຸດສາຫະກຳ 5.0 ແມ່ນໂອກາດໃຫຍ່ຫຼວງສຳລັບຂະແໜງກະສິກຳ ເມື່ອໝູນໃຊ້ວິທະຍາສາດເຕັກນິກທັນສະໄໝເຂົ້າໃນການຜະລິດ ແລະ ລະອຽດແມ່ນຊາວກະສິກອນ ຫວຽດນາມ ນັບສິບລ້ານຄົນ ຈະໄດ້ສຳຜັດ, ຍົກສູງທັກສະ, ລະດັບຄວາມຮູ້ ແລະ ກຳລັງຄວາມສາມາດຢ່າງພຽງພໍເພື່ອຮັບມືກັບເຕັກໂນໂລຢີໃໝ່, ຜະລິດອອກຜະລິດຕະພັນກະເສດທີ່ມີຫຼາຍມູນຄ່າທາງດ້ານເສດຖະກິດ - ສັງຄົມ, ຍົກສູງລາຍຮັບ. ນີ້ກໍແມ່ນເປົ້າໝາຍພັດທະນາແບບຍືນຍົງຂອງກະສິກຳ ຫວຽດນາມ ໃນໄລຍະໃໝ່.”

ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ ແລະ ວິສາຫະກິດໄດ້ແລກປ່ຽນກັບອົງການ, ກະຊວງ, ຂະແໜງການທີ່ມີສິດອຳນາດເພື່ອປຶກສາຫາລືກ່ຽວບັນຫາ, ມາດຕະການຕ່າງໆໃນຂົງເຂດກະສິກຳ ຫວຽດນາມ. ນອກຈາກນັ້ນ ບັນດາວິທີ ແລະ ເຕັກໂນໂລຢີຫຼ້າສຸດໃນຂົງເຂດກະສິກຳ 5.0 ກໍໄດ້ອັບເດດ ແນໃສ່ພັດທະນາ, ຊຸກຍູ້ຂໍ້ລິເລີ່ມກ່ຽວກັບກະສິກຳ ແລະ ການຖ່າຍທອດເຕັກໂນໂລຢີ. 

ແອງຮວ່ຽນ.


ຕອບກັບ

ຂ່າວ/ບົດ​ອື່ນ