ເຊື່ອມຕໍ່ປະຊາຄົມວິສາຫະກິດຫວຽດນາມ ກັບ ອາຊຽນ

(VOVWORLD) -ລາຍການຄັ້ງນີ້ ແມ່ນເພື່ອແນໃສ່ຈຸດປະສົງສ້າງເງື່ອນໄຂໃຫ້ບັນດານັກທຸລະກິດ, ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດຮ່ວມມື ແລະ ສໍາຫຼວດການຕະຫຼາດສາກົນ ຢູ່ບັນດາປະເທດ ອາຊຽນ
ເຊື່ອມຕໍ່ປະຊາຄົມວິສາຫະກິດຫວຽດນາມ ກັບ ອາຊຽນ - ảnh 1ທ່ານເອກອັກຄະລັດຖະທູດ ເລກຸ໊ຍກວິງ ກ່າວຄໍາເຫັນທີ່ກອງປະຊຸມ(ພາບ: vietnamplus.vn) 

        ຕອນບ່າຍວັນທີ 02 ພະຈິກ, ຢູ່ນະຄອນຫຼວງ ກົວລາລໍາເປີຂອງ ມາເລເຊຍ ໄດ້ດໍາເນີນກອງປະຊຸມເຊື່ອມຕໍ່ປະຊາຄົມວິສາຫະກິດຫວຽດນາມ - ອາຊຽນ ແລະ ງານມະໂຫລານພົບປະແລກປ່ຽນວັດທະນະທໍາ ຫວຽດນາມ - ອາຊຽນ ປີ 2018, ໂດຍວາລະສານວັດທະນະທໍານັກທຸລະກິດ, ສູນຄົ້ນຄວ້າ ອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ ບັນດາເຜົ່າ ຫວຽດນາມ ແລະ ວາລະສານ ວັນຫ໊ຽນ (ອະລິຍະທໍາ) ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບາງວິສາຫະກິດຫວຽດນາມ ແລະ ມາເລເຊຍ ໄດ້ແບ່ງປັນບົດຮຽນກ່ຽວກັບວິວັດແຫ່ງການກໍ່ສ້າງ ແລະ ພັດທະນາວິສາຫະກິດ, ພິເສດແມ່ນບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ເຊິ່ງວິສາຫະກິດຕ້ອງປະເຊີນໜ້າ. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເຫັນດີ ໂດຍຖືວ່າ, ການເຊື່ອມໂຍງເຂົ້າກັບພາກພື້ນ ແມ່ນກໍາລັງໜູນໃຫ້ແກ່ການພັດທະນາວິສາຫະກິດ.

        ລາຍການຄັ້ງນີ້ ແມ່ນເພື່ອແນໃສ່ຈຸດປະສົງສ້າງເງື່ອນໄຂໃຫ້ບັນດານັກທຸລະກິດ, ວິສາຫະກິດຫວຽດນາມ ຊອກຫາກາລະໂອກາດຮ່ວມມື ແລະ ສໍາຫຼວດການຕະຫຼາດສາກົນ ຢູ່ບັນດາປະເທດ ອາຊຽນ, ກ່ອນອື່ນໝົດແມ່ນ ມາເລເຊຍ, ສິງກະໂປ ແລະ ອິນໂດເນເຊຍ, ຈາກນັ້ນ ມີບັນດາຂໍ້ສັງເກດເພື່ອສ້າງທິດທາງການເຄື່ອນໄຫວຂອງຕົນໃນໄລຍະຈະມາເຖິງ. ໄປຄຽງຄູ່ກັນນັ້ນ, ຜ່ານການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ລາຍການກໍມີຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການເພີ່ມທະວີນໍ້າໃຈສາມັກຄີ ແລະ ມິດຕະພາບລະຫວ່າງຫວຽດນາມ ກັບ ບັນດາປະເທດອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ