“ເຊື່ອມ​ຕໍ່​ຜະ​ລິດ​ຕ​ະ​ພັນ​ກະ​ເສດ - ແບ່ງ​ປັນ​ຄວາມ​ຮັກ​ແພງ - ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19”

(VOVWORLD) -ພາຍຫຼັງເລີ່ມປະຕິບັດໂຄງການ, ຄະນະຈັດຕັ້ງໄດ້ເປີດຕົວບັນດາສະຖານທີ່ຈຳໜ່າຍຜະລິດຕະພັນກະເສດທາງອອນລາຍ “ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດ”. ບັນດາຜະລິດຕະພັນກະເສດລວມມີ: ລິ້ນຈີ່ ບັກຢາງ, ໝາກໂຕ່ນ ບັກການ, ໝາກໝັ້ນລາວກາຍ…
“ເຊື່ອມ​ຕໍ່​ຜະ​ລິດ​ຕ​ະ​ພັນ​ກະ​ເສດ  - ແບ່ງ​ປັນ​ຄວາມ​ຮັກ​ແພງ - ຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19” - ảnh 1ທ່ານ ໂງວັນເກືອງ ເລຂາສູນກາງຄະນະຊາວໜຸ່ມ ກ່າວຄຳເຫັນທີ່ລາຍການ 

ຕອນເຊົ້າວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸນກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງ ກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ, ສູນກາງສະຫະພັນ ແມ່ຍິງ ຫວຽດນາມ, ສູນກາງສະມາຄົມຊາວນາ ຫວຽດນາມ ຈັດການເລີ່ມຜັນຂະຫຍາຍໂຄງການ “ເຊື່ອມຕໍ່ຜະລິດຕະພັນກະເສດ - ແບ່ງປັນຄວາມຮັກແພງ - ຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດໂຄວິດ - 19”.

ໂຄງການໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຄື: ສຳຫຼວດຄວາມຕ້ອງການຈຳໜ່າຍຜະລິດຕະພັນກະເສດຂອງບັນດາແຂວງ, ນະຄອນ; ຜັນຂະຫຍາຍລະບົບສະຖານທີ່ຈຳໜ່າຍ “ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດ” ໂດຍກົງ ແລະ ເຊື່ອມຕໍ່ການຈຳໜ່າຍທາງອອນລາຍ, ຈັດຕັ້ງບັນດາກອງປະຊຸມຝຶກອົບທົບທັກສະຂາຍຜະລິດຕະພັນກະເສດທາງອອນລາຍ. ທ່ານ ຫງວຽນແອັງຕວັນ, ເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໃຫ້ຮູ້ວ່າ:

        ພວກຂ້າພະເຈົ້າຫວັງວ່າ ຈິດໃຈທີ່ມີຫົວຄິດປະດິດສ້າງໂດຍອາສາສະມັກນີ້ ຈະສືບຕໍ່ໄດ້ຮັບການຜັນຂະຫຍາຍໃນໄລຍະຈະມາເຖິງ. ບໍ່ພຽງແຕ່ເຊື່ອມຕໍ່ຜະລິດຕະພັນ, ແບ່ງປັນຄວາມຮັກແພງ, ຮ່ວມແຮງຮ່ວມໃຈຜ່ານຜ່າໂລກລະບາດໂຄວິດ - 19 ເທົ່ານັ້ນ ຫາກຍັງປະກອບສ່ວນພ້ອມກັບ ກະຊວງກະສິກຳ ແລະ ພັດທະນາຊົນນະບົດປະຕິບັດໜ້າທີ່ກ່ຽວກັບການປ່ຽນແປງໃໝ່ ແລະ ພັດທະນາຊົນນະບົດໃນໄລຍະໃໝ່ຢ່າງມີໄຊ.

        ພາຍຫຼັງເລີ່ມປະຕິບັດໂຄງການ, ຄະນະຈັດຕັ້ງໄດ້ເປີດຕົວບັນດາສະຖານທີ່ຈຳໜ່າຍຜະລິດຕະພັນກະເສດທາງອອນລາຍ “ເຊື່ອມຕໍ່ການຈຳໜ່າຍຜະລິດຕະພັນກະເສດ”. ບັນດາຜະລິດຕະພັນກະເສດລວມມີ: ລິ້ນຈີ່ ບັກຢາງ, ໝາກໂຕ່ນ ບັກການ, ໝາກໝັ້ນລາວກາຍ…


ຕອບກັບ

ຂ່າວ/ບົດ​ອື່ນ