ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບລະບົບມູນຄ່າທົ່ວໂລກໂດຍຜ່ານການເຊື່ອມຕໍ່, ຖ່າຍທອດເຕັກໂນໂລຊີ

(VOVWORLD) - ຜ່ານລາຍການ VCIC Connect, ບັນດາວິສາຫະກິດ ຫວຽດນາມ ຈະໄດ້ຮັບການເຊື່ອມຕໍ່ເຂົ້າລະບົບມູນຄ່າທົ່ວໂລກ.
ເຊື່ອມຕໍ່ວິສາຫະກິດ ຫວຽດນາມ ກັບລະບົບມູນຄ່າທົ່ວໂລກໂດຍຜ່ານການເຊື່ອມຕໍ່, ຖ່າຍທອດເຕັກໂນໂລຊີ - ảnh 1 ກອງປະຊຸມສຳມະນາ VCIC Connect (ພາບ: dangcongsan.vn)

ກອງປະຊຸມສຳມະນາ “VCIC Connect – ຖ່າຍທອດເຕັກໂນໂລຊີ, ສົ່ງເສີມການລົງທຶນ ແລະ ເຊື່ອມຕໍ່ຕະຫລາດສາກົນ” ໂດຍສູນປ່ຽນແປງໃໝ່ປະດິດຄິດສ້າງ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ VCIC ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ສົມທົບກັບທະນາຄານໂລກຈັດຕັ້ງໃນວັນທີ 01 ມິຖຸນາ ຢູ່ ຮ່າໂນ້ຍ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືວ່າ: ໃນໄລຍະໂລກລະບາດໂຄວິດ-19, ໄປຄຽງຄູ່ກັບບັນດາຄວາມຫຍຸ້ງຍາກ ກໍ່ປະກົດມີກາລະໂອກາດໃໝ່ຂຶ້ນ ເມື່ອກະແສເງິນລົງທຶນມີທ່າອ່ຽງເຂົ້າ ຫວຽດນາມ. ທ່ານ ເຈິ່ນຫາຍລິງ, ປະທານສະຫະສະມາຄົມນັກທຸລະກິດ ແລະ ລົງທຶນ ຫວຽດນາມ - ສ.ເກົາຫຼີ ຖືວ່າ: ໂດຍຜ່ານລາຍການ VCIC Connect, ບັນດາວິສາຫະກິດ ຫວຽດນາມ ຈະໄດ້ຮັບການເຊື່ອມຕໍ່ເຂົ້າລະບົບມູນຄ່າທົ່ວໂລກ, ໃນນັ້ນ ບັນດາຕະຫລາດທີ່ມີຄວາມສາມາດບົ່ມຊ້ອນ ເຊິ່ງ VCIC ມຸ່ງໄປເຖິງກ່ອນອື່ນໝົດແມ່ນ ອົດສະຕາລີ ແລະ ສ.ເກົາຫຼີ. ທ່ານ ເຈິ່ນຫາຍລິງ ກ່າວວ່າ:

        “ສ.ເກົາຫຼີ ບໍ່ມີບໍ່ວ່າແຫຼ່ງຊັບພະຍາກອນບໍ່ແຮ່ໃດໆ, ສິ່ງທີ່ເຮັດໃຫ້ເຂົາເຈົ້າພັດທະນາຢ່າງກະໂດດຂັ້ນໃນຫລາຍສິບປີມໍ່ໆມານີ້ ກາຍເປັນ top ຂອງໂລກ ແມ່ນອີງໃສ່ວິທະຍາສາດເຕັກໂນໂລຊີ ແລະ ພູມປັນຍາ. ໃນໄລຍະແລກປ່ຽນການຄ້າຜ່ານມາ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ ກ່ຽວກັບດ້ານວິທະຍາສາດເຕັກໂລໂລຊີແມ່ນສຳຄັນທີ່ສຸດ, ບໍ່ພຽງແຕ່ເໝາະສົມກັບເງື່ອນໄຂວິສາຫະກິດ ຫວຽດນາມ ເທົ່ານັ້ນ ຫາກຍັງເໝາະສົມກັບທ່າອ່ຽງການພັດທະນາວິທະຍາສາດເຕັກໂນໂລຊີອີກດ້ວຍ.

        VCIC Connect ແມ່ນໂຄງການຖ່າຍທອດເຕັກໂນໂລຊີ, ສົ່ງເສີມການລົງທຶນ ແລະເຊື່ອມຕໍ່ຕະຫລາດສາກົນ ແນໃສ່ໜູນຊ່ວຍການພັດທະນາຕະຫລາດ ແລະ ວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຊີໂດຍຜ່ານການຊອກຫາ, ເລືອກເອົາບັນດາໂຄງການ ແລະ ວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ ເພື່ອຊຸກຍູ້ການຖ່າຍທອດເຕັກໂນໂລຊີສາກົນ, ສົ່ງເສີມການລົງທຶນ ແລະ ເຊື່ອມຕໍ່ຕະຫລາດ.

ຕອບກັບ

ຂ່າວ/ບົດ​ອື່ນ