ເຊື່ອມຕໍ່ວິໄສທັດປະຊາຄົມ ອາຊຽນ 2025 ກັບໂຄງການດຳເນີນງານ 2030

(VOVWORLD) - ວັນທີ 25 ຕຸລາ, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງິນ (ຄະນະກຳມະການ 2) ຂຶ້ນກັບສະມັດຊາໃຫຍ່ລັດຖະສະພາສະຫະປະຊາຊາດຊຸດທີ 72 ໄດ້ປຶກສາຫາລືກ່ຽວກັບຫົວຂໍ້ເຄື່ອນໄຫວຮ່ວມມືພັດທະນາຂອງສະຫະປະຊາຊາດ.
 ເຊື່ອມຕໍ່ວິໄສທັດປະຊາຄົມ ອາຊຽນ 2025 ກັບໂຄງການດຳເນີນງານ 2030 - ảnh 1 ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ (ພາບ: TTXVN)

ຕາງໜ້າໃຫ້ບັນດາປະເທດ ອາຊຽນ, ກ່າວຄຳເຫັນທີ່ກອງປະຊຸມ ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕ່າງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຕີລາຄາສູງບົດບາດ ກໍ່ຄືການໜູນຊ່ວຍຂອງສະຫະປະຊາຊາດໃນບັນດາການເຄື່ອນໄຫວພັດທະນາຢູ່ປະເທດຕ່າງໆ, ພ້ອມທັງຍົກອອກຂໍ້ລິເລີ່ມ, ການເຄື່ອນໄຫວຂອງ ອາຊຽນ ໃນປີ 2017 ເພື່ອແນໃສ່ຊຸກຍູ້ລັກສະນະເພີ່ມເຕີມຊຶ່ງກັນ ແລະ ກັນລະຫວ່າງວິໄສທັດປະຊາຄົມ ອາຊຽນ 2025 ແລະ ໂຄງການດຳເນີນງານ 2030. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຮຽກຮ້ອງການເພີ່ມທະວີຄວາມມານະພະຍາຍາມປະຕິຮູບລະບົບການພັດທະນາ ສະຫະປະຊາຊາດ ຕາມທິດຍູ້ແຮງການສົມທົບລະຫວ່າງບັນດາອົງການສະຫະປະຊາຊາດ, ອີງໃສ່ບັນດາບຸລິມະສິດຂອງປະເທດ, ຊຸກຍູ້ບັນດາການເຄື່ອນໄຫວທີ່ເໝາະສົມກັບກຳລັງຄວາມສາມາດຂອງປະເທດ ແລະ ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງຜູ້ປະສານງານປະຈຳຖິ່ນ. ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ ຕາງໜ້າ ອາຊຽນ ຮຽກຮ້ອງ ໃຫ້ສະຫະປະຊາຊາດ ກໍ່ຄືບັນດາປະເທດສະມາຊິກສະຫະປະຊາຊາດສືບຕໍ່ສະໜັບສະໜູນການຮ່ວມມືໃຕ້-ໃຕ້ ແລະ ການຮ່ວມມື 3 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ