ເຊື່ອມ​ຕໍ່​ເສດ​ຖະ​ກິດຕາມ​ເສັ້ນ​ທາງ​ຄວາມ​ໄວ​ສູງທາງ​ທິດ​ຕາ​ເວັນ​ອອກ​ ລະ​ຫວ່າງ ຫາຍ​ຟອງ, ກວາງ​ນິງ, ຫາຍ​ເຢືອງ ແລະ ຮຶງ​ອຽນ

(VOVWORLD) -ຕອນບ່າຍ ວັນທີ 28 ກໍລະກົດ, 4 ແຂວງ, ນະຄອນຄື: ຫາຍຟອງ, ກວາງນິງ, ຫາຍເຢືອງ, ຮືງອຽນ ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ຈັດຕັ້ງການລົງນາມ “ຂໍ້ຕົກລົງເຊື່ອມຕໍ່ເສດຖະກິດຕາມເສັ້ນທາງຄວາມໄວສູງທາງທິດຕາເວັນອອກ”.
ເຊື່ອມ​ຕໍ່​ເສດ​ຖະ​ກິດຕາມ​ເສັ້ນ​ທາງ​ຄວາມ​ໄວ​ສູງທາງ​ທິດ​ຕາ​ເວັນ​ອອກ​ ລະ​ຫວ່າງ ຫາຍ​ຟອງ, ກວາງ​ນິງ, ຫາຍ​ເຢືອງ ແລະ ຮຶງ​ອຽນ - ảnh 1ການລົງນາມ “ຂໍ້ຕົກລົງເຊື່ອມຕໍ່ເສດຖະກິດຕາມເສັ້ນທາງຄວາມໄວສູງທາງທິດຕາເວັນອອກ”
(ພາບ: VCCI)

ນີ້ແມ່ນຂໍ້ລິເລີ່ມເພື່ອປະຕິບັດການຮ່ວມສຳພັນ ລະຫວ່າງເຂດ, ຂຸດຄົ້ນ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອມ, ທ່າແຮງຂອງ 4 ທ້ອງຖິ່ນ ລຽບຕາມເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟອງ - ມອງກາຍ ຢ່າງແຮງ.

ປະຖົມປັດໄຈໃຫ້ແກ່ການເຊື່ອມຕໍ່ເສດຖະກິດຂອງ 4 ທ້ອງຖິ່ນແມ່ນເສັ້ນທາງຄວາມໄວສູງທາງທິດຕາເວັນອອກ ໄປຜ່ານບັນດາທ້ອງຖິ່ນ, ຈຸດເລີ່ມຕົ້ນແມ່ນຢູ່ນະຄອນຫຼວງຮ່າໂນ້ຍ ແລະ ຈຸດສຸດທ້າຍແມ່ນຢູ່ຊາຍແດນມອງກາຍ ເຊື່ອມຕໍ່ກັບຕະຫຼາດຈີນ. ທ່ານ ຟ້າມເຕິນກົງ, ຫົວໜ້າສະຫະພັນ VCCI ເນັ້ນໜັກວ່າ:

ວິໄສທັດຂອງພວກເຮົາແມ່ນສ້າງການຮ່ວມສຳພັນເສດຖະກິດລະດັບເຂດໃຫ້ຂະຫຍັນຂັນເຄື່ອນ, ມີການກຳນົດທິດທົ່ວໂລກ ແລະ ສອດຄ່ອງກັບແນວທາງ, ແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ກ່ຽວກັບການຮ່ວມສຳພັນເຂດ. ພວກເຮົາຈະຮ່ວມແຮງຮ່ວມໃຈສ້າງເຂດດັ່ງກ່າວໃຫ້ມີວັດທະນາຖາວອນ, ພ້ອມທັງສ້າງແລວເສດຖະກິດທາງທິດຕາເວັນອອກພາກເໜືອ, ກາຍເປັນສູນອຸດສາຫະກຳ, ເສດຖະກິດທະເລ ແລະ ການບໍລິການທ່ອງທ່ຽວ, ມານະພະຍາຍາມເພື່ອນຳ 4 ທ້ອງຖິ່ນກາຍເປັນປັດໄຈໃນການເຕີບໂຕເສດຖະກິດ ຂອງເຂດທົ່ງພຽງແມ່ນ້ຳແດງທາງພາກເໜືອ.

4 ທ້ອງຖິ່ນ ແລະ VCCI ພ້ອມກັນເປັນເອກະພາບສ້າງສະພາເຊື່ອມຕໍ່ລະຫວ່າງເຂດ. VCCI ມີບົດບາດເປັນຜູ້ຮັບຜິດຊອບວຽກງານປະສານງານ, ເສີມຂະຫຍາຍທ່າແຮງໃນການເຊື່ອມຕໍ່ກັບວິສາຫະກິດ, ຂະແໜງການ ແລະ ຄູ່ຮ່ວມມືສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ