ເຊື່ອມ​ໂຍງ ແລະ ເຊື່ອມ​ຕໍ່​ດີ​ຈີ​ຕອນ ອາ​ຊີ​ຕາ​ເວັນ​ອອກ ເພື່ອ​ອະ​ນາ​ຄົດ​ທີ່​ຍືນ​ຍົງ ແລະ ກ້​າ​ແກນ ແມ່ນ​ຫົວ​ຂໍ້​ຂອງ EABC 2021

(VOVWORLD) - EABC 2021 ມີຫົວຂໍ້ “ເຊື່ອມໂຍງ ແລະ ເຊື່ອມຕໍ່ດີຈີຕອນ ອາຊີ ຕາເວັນອອກ ເພື່ອອະນາຄົດທີ່ຍືນຍົງ ແລະ ກ້າແກ່ນ”.
ເຊື່ອມ​ໂຍງ ແລະ ເຊື່ອມ​ຕໍ່​ດີ​ຈີ​ຕອນ ອາ​ຊີ​ຕາ​ເວັນ​ອອກ ເພື່ອ​ອະ​ນາ​ຄົດ​ທີ່​ຍືນ​ຍົງ ແລະ ກ້​າ​ແກນ ແມ່ນ​ຫົວ​ຂໍ້​ຂອງ EABC 2021 - ảnh 1ທ່ານຫົວໜ້າ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕ໊ຽນລົກ (ພາບ: BNEWS)

ຕາມຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລ້ວ, ສິ້ນສຸດອາຍຸການປີ 2020 ດ້ວຍບົດບາດເປັນປະທານສະພາວິສາຫະກິດອາຊີຕາເວັນອອກ (EABC), ທ່ານຫົວໜ້າ ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຫວູຕ໊ຽນລົກ ຫາກໍ່ມອບໂອນບົດບາດເປັນປະທານ EABC ໃຫ້ແກ່ທ່ານ Hakhee Jo ( ສ.ເກົາຫຼີ) ເພື່ອເປັນປະທານກອງປະຊຸມ ເພື່ອແນໃສ່ກຳນົດທິດ ແລະ ຍົກອອກບຸລິມະສິດຂອງ EABC ໃນປີ 2021.

        EABC 2021 ມີຫົວຂໍ້ “ເຊື່ອມໂຍງ ແລະ ເຊື່ອມຕໍ່ດີຈີຕອນ ອາຊີ ຕາເວັນອອກ ເພື່ອອະນາຄົດທີ່ຍືນຍົງ ແລະ ກ້າແກ່ນ”. ຄາດວ່າ, ໃນໄລຍະຈະມາເຖິງ, ສະພາ EABC ຈະຈັດ 3 ວາລະປະຊຸມຂອງສະພາ ແລະ ບັນດາກອງປະຊຸມອື່ນໆຂອງກຸ່ມສະເພາະກິດ ເພື່ກະກຽມໃຫ້ແກ່ບັນດາກອງປະຊຸມສົນທະນາລະຫວ່າງ EABC ກັບເຈົ້າໜ້າທີ່ຂັ້ນສູງ ອາຊຽນ + 3 (SEOM + 3), ລັດຖະມົນຕີກະຊວງເສດຖະກິດ ອາຊຽນ + 3 (AEM +3). ຕາມແຜນການແລ້ວ, ຄາດວ່າ ເຫດການດັ່ງກ່າວ ຈະດຳເນີນໃນເດືອນ ພະຈິກ 2021 ຢູ່ ບຣູໄນ Darussalam.


ຕອບກັບ

ຂ່າວ/ບົດ​ອື່ນ