ເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່

ເຊື່ອມໂຍງເຂົ້າກັບສາກົນໃນໄລຍະໃໝ່ - ảnh 1
ການ​ເຊື່​ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ໄລຍະ​ໃໝ່​
(ພາບ: quangnam.gov.vn)

(vovworld) – ​ ​ ​ ການ​ເຊື່​ອມ​ໂຍງ​ເຂົ້າ​ກັບ​ສາກົນ​ໃນ​ໄລຍະ​ໃໝ່​ແມ່ນ​ຫົວ​ຂໍ້​ຂອງ​ການ​ຝຶກ​ອົບຮົມ​ໂດຍ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນາມ ຈັດ​ຕັ້ງ​ໃນ​ວັນ​ທີ 08/12. ທີ່​ການຝຶກ​ອົບຮົມ, ບັນດາ​ຊ່ຽວຊານ, ນັກ​ຄຸ້ມ​ຄອງ​ໃນ​ຂົງ​ເຂດ​ພົວພັນ​ຕ່າງປະ​ເທດ, ​ເສດຖະກິດ ​ໄດ້​ແຈ້ງ​ໃຫ້ ບັນດາ​ຜູ້​ແທນ​ຊານຂໍ້​ມູນ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ສຳຄັນ​ຄື: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP); ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຈາກ TPP; ມາດ​ຕະການ ​ເພື່ອ​ໜູນ​ໃຊ້​ກາລະ​ໂອກາດ ​ແລະ ຜ່ານ​ຜ່າ​ສິ່ງ​ທ້າ​ທາຍຕ່າງໆ ​ເມື່ອ TPP ມີ​ຜົນ​ສັກສິດ; ການ​ກະທົບ​ຂອງ​ສັນຍາ TPP ​ແລະ ສະ​ເໜີ​ນະ​ໂຍບາຍ​ໃຫ້ ຫວຽດນາມ; ປະຊາ​ຄົມ ອາ​ຊຽນ ​ແລະ ການ​ເຂົ້າ​ຮ່ວມ​ຂອງ ຫວຽດນາມ; ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ ຫວຽດນາມ ​​ເມື່ອ​ປະຊາ​ຄົມ ອາ​ຊຽນ​ ​ໄດ້​ຮັບ​ການສ້າງ​ຕັ້ງ. ກອງ​ປະຊຸມ​ຝຶກ​ອົບ​ຮົບ ​ແມ່ນ​ໂອກາດ ​ເພື່ອ​ໃຫ້ພະນັກງານ, ນັກທຸລະກິດ ​ເຂົ້າ​ໃຈ​ແຈ້ງ​ກ່ວາ ບັນດາ​ຄວາມ​ສະດວກ, ຄວາມ​ຫຍຸ້ງຍາກ ​ແລະ ​ແງ່​ຫວັງ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ຂອງ ຫວຽດນາມ, ຈາກ​ນັ້ນ ວາງ​ອອກ​ວິທີ​ການ​ທີ່​ເໝາະ​ສົມ ມີ​ລັກສະນະ​ຍາວ​ນານ​ກ່ວາໃນ​ວິວັດ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ ​ແລະ ປະຊາ​ຄົມ​ວິ​ສາ​ຫະກິດ.

 

 

 

ຂ່າວ/ບົດ​ອື່ນ