ເຊື້ອ​ໄວ​ຣັດ SARS – CoV – 2 ກາຍ​ພັນ​ໃໝ່ ໄດ້​ແຜ່​ລາມ​ອອກ​ສູ່ 50 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ

(VOVWORLD) -ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ເກືອບ 23.6 ລ້ານຄົນ ແລະ ມີຜູ້ເສຍຊີວິດ 394.000 ຄົນ.
ເຊື້ອ​ໄວ​ຣັດ SARS – CoV – 2 ກາຍ​ພັນ​ໃໝ່ ໄດ້​ແຜ່​ລາມ​ອອກ​ສູ່ 50 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ - ảnh 1ພາບປະກອບ: THX/TTXVN

ຕາມເວັບໄຊສະຖິຕິ worldomers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 14 ມັງກອນ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດກ່ວາ 92 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 2 ລ້ານຄົນ. ໃນຂະນະນັ້ນ, ເຊື້ອໄວຣັດ SARS – CoV – 2 ກາຍພັນໃໝ່ ໄດ້ແຜ່ລາມອອກສູ່ 50 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

        ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ເກືອບ 23.6 ລ້ານຄົນ ແລະ ມີຜູ້ເສຍຊີວິດ 394.000 ຄົນ. ຕາມຕົວເລກຂອງ ມະຫາວິທະຍາໄລ Johns Hopkins ແລ້ວ, ອາເມລິກາ ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 4.470 ຄົນແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ຖັດຈາກອາເມລິກາແມ່ນ ອິນເດຍ ແລະ ບຣາຊິນ.

        ແລະກໍ່ໃນເຫດການທີ່ກ່ຽວຂ້ອງ, ວັນທີ 14 ມັງກອນ, ຫວຽດນາມ ໄດ້ເລີ່ມຕົ້ນການສັກວັກຊິນ ກັນພະຍາດໂຄວິດ - 19 ປະລິມານ 25 mcg ເຂັມທີສອງ.

ຕອບກັບ

ຂ່າວ/ບົດ​ອື່ນ