ເຊື້ອ​ໄວຣັດ​ກາຍ​ພັນ Delta ເຮັດ​ໃຫ້​ຜູ້​ຕິດ​ເຊື້ອ​ມີ​ຄວາມ​ສ່ຽງ​ເກີດ​ອາ​ການ​ເຈັບ​ໜັກຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ ເຊື້ອ​ໄວຣັດ​ກາຍ​ພັນ Alpha

(VOVWORLD) -ເຊື້ອໄວຣັດກາຍພັນ Delta ມີຄວາມສາມາດຕິດເຊື້ອສູງ ແລະ ພວມກາຍເປັນເຊື້ອໄວຣັດກາຍພັນ ແຜ່ລະບາດຕົ້ນຕໍ່ໃນທົ່ວໂລກ, ອາດຈະເຮັດໃຫ້ຜູ້ຕິດເຊື້ອມີຄວາມສ່ຽງຕ້ອງເຂົ້າໂຮງໝໍຂຶ້ນທົບ 2 ເທົ່າເມື່ອທຽບໃສ່ເຊື້ອໄວຣັດກາຍພັນ Alpha
ເຊື້ອ​ໄວຣັດ​ກາຍ​ພັນ Delta ເຮັດ​ໃຫ້​ຜູ້​ຕິດ​ເຊື້ອ​ມີ​ຄວາມ​ສ່ຽງ​ເກີດ​ອາ​ການ​ເຈັບ​ໜັກຂຶ້ນ​ທົບ 2 ເທົ່າ​ເມື່ອ​ທຽບ​ໃສ່​ ເຊື້ອ​ໄວຣັດ​ກາຍ​ພັນ Alpha - ảnh 1ພາບປະກອບ: TTXVN

ນີ້ແມ່ນໝາກຜົນຂອງການຄົ້ນຄ້ວາ ທີ່ໄດ້ປະກາດໃນວາລະສານ The Lancet ໃນວັນທີ 28 ສິງຫາ. ບັນດານັກວິທະຍາສາດ ໄດ້ປະຕິບັດການຄົ້ນຄ້ວາ ສຳລັບຜູ້ຕິດເຊື້ອໂຄວິດ - 19 ກ່ວາ 43.338 ຄົນ ຢູ່ເຂດ England (ປະເທດ ອັງກິດ) ໃນລະຫວ່າງວັນທີ 29 ມີນາ ຫາ ວັນທີ 23 ພຶດສະພາ, ໃນນັ້ມມີພຽງແຕ່ 1,8% ຜູ້ຕິດເຊື້ອໄດ້ສັກວັກຊິນກັນໂຄວິດ - 19 ແມ່ນ 2 ເຂັມ, ສ່ວນຍັງເຫຼືອປະມານ ¾ ຈຳນວນຜູ້ຕິດເຊື້ອຍັງບໍ່ທັນໄດ້ຮັບການສັກວັກຊິນ ແລະ 24% ຈຳນວນຜູ້ຕິດເຊື້ອໄດ້ຮັບການສັກວັກຊິນ 1 ເຂັມ. ສິ່ງນີ້ສະແດງໃຫ້ເຫັນວ່າ ເຊື້ອໄວຣັດກາຍພັນ Delta ເຮັດໃຫ້ພະຍາດໜັກກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ