ເຊື້ອ​ໄວ​ຣັດ​ສາຍ​ພັນ Omicron ​ຍັງ​ແຜ່​ລະ​ບາດ ໄວ​​ ຢູ່​ເອີ​ລົບ

(VOVWORLD) -ທ່ານລັດຖະມົນຕີກະຊວງສາທາລະນະສຸກ ເຢຍລະມັນ Karl Lauterbach ໃຫ້ຮູ້ວ່າ ຕໍ່ໜ້າສະພາບການເຊື້ອໄວຣັດ ສາຍພັນ Omicron ມີການແຜ່ລະບາດຢ່າງແຮງ, ລັດຖະບານປະເທດນີ້ ພວມມານະພະຍາຍາມເພື່ອໃຫ້ ມີວັກຊິນມາສັກ ເພີ່ມເຕີມໂດຍໄວ ແລະ ພຽງພໍ.
ເຊື້ອ​ໄວ​ຣັດ​ສາຍ​ພັນ Omicron ​ຍັງ​ແຜ່​ລະ​ບາດ ໄວ​​ ຢູ່​ເອີ​ລົບ - ảnh 1ພາບປະກອບ: TTXVN

ວັນທີ 17 ທັນວາ, ຫວຽດນາມ ພວກພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 15.236 ຄົນ, ໃນນັ້ນຜູ້ເຂົ້າເມືອງ 21 ຄົນ ແລະ ກວດພົບຢູ່ພາຍໃນປະເທດ 15.215 ຄົນ. ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິບັນລຸສະຖິຕິກວ່າ 31.000 ຄົນ, ມີ 246 ຄົນເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດເວລາ 1 ໂມງ30ນາທີ ຂອງວັນທີ 17 ທັນວາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 273 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,35 ລ້ານຄົນ. ອາເມລິກາຍັງຄົງແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 51,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 824.000 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ວັນທີ 16 ທັນວາ ແມ່ນວັນທີ 2 ຢ່າງລຽນຕິດ ທີ່ປະເທດອັງກິດຢັ້ງຢືນມີຜູ້ຕິດເຊື້ອໃໝ່ຢູ່ໃນລະດັບສະຖິຕິ, ລື່ນກາຍຈຳນວນ 78.600 ຄົນໃນຮອບເວລາ 24 ຊົ່ວໂມງຜ່ານມາ. ຕາມນັ້ນແລ້ວ, ຍອດຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ ເພີ່ມຂຶ້ນກ່ວາ 11 ລ້ານຄົນ. ເຊື້ອໄວຣັດສາຍພັນ Omicron ແມ່ນສາຍເຫດທີ່ເຮັດໃຫ້ຈຳນວນຜູ້ຕິດເຊື້ອໃໝ່ຢູ່ອັງກິດເພີ່ມຂຶ້ນຢ່າງແຮງ. ປັດຈຸບັນ, ຍອດຈຳນວນຜູ້ຕິດເຊື້ອ ສາຍພັນ Omicron ແມ່ນກ່ວາ 11.000 ຄົນ.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ເຢຍລະມັນ Karl Lauterbach ໃຫ້ຮູ້ວ່າ ຕໍ່ໜ້າສະພາບການເຊື້ອໄວຣັດ ສາຍພັນ Omicron ມີການແຜ່ລະບາດຢ່າງແຮງ, ລັດຖະບານປະເທດນີ້ ພວມມານະພະຍາຍາມເພື່ອໃຫ້ ມີວັກຊິນມາສັກ ເພີ່ມເຕີມໂດຍໄວ ແລະ ພຽງພໍ.

ຕອບກັບ

ຂ່າວ/ບົດ​ອື່ນ