ເຊື່ອໝັ້ນປະຊາຊົນ, ອີງໃສ່ປະຊາຊົນເພື່ອເລືອກເອົາພະນັກງານທີ່ມີຈັນຍາບັນ, ມີຄວາມສາມາດຢ່າງຄົບຖ້ວນ

(VOVWORLD) -  ກ່າວຄຳເຫັນໄຂກອງປະຊຸມສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 12 ໃນວັນທີ 11 ພຶດສະພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ: ພະນັກງານຜູ້ໃດເຮັດວຽກມີຜົນປະໂຫຍດຕໍ່ປະເທດ, ຕໍ່ປະຊາຊົນ, ເພື່ອພາລະກິດສ້າງສາ, ພັດທະນາ ປົກປັກຮັກສາປະເທດຊາດ, ປະຊາຊົນມີຄວາມເຊື່ອໝັ້ນ ແມ່ນຜູ້ນັ້ນຈະໄດ້ຮັບເຂົ້າສູນກາງ. 

ໂດຍເຫັນດີເຫັນພ້ອມຢ່າງສູງກັບຄຳເຫັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ນັ້ນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທົ່ວປະເທດເນັ້ນເຖິງ ເລື່ອງພະນັກງານຕ້ອງຍົກສູງຈິດໃຈຄວາມຮັບຜິດຊອບ, ຖືພາລະກິດລວມຂອງພັກ, ຂອງປະເທດ, ຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ພິເສດ, ຄວນມີຄວາມເຊື່ອໝັ້ນຕໍ່ປະຊາຊົນ, ອີງໃສ່ປະຊາຊົນ ເພື່ອເລືອກເອົາພະນັກງານທີ່ມີຈັນຍາບັນ, ມີຄວາມສາມາດຢ່າງຄົບຖ້ວນ.

ເຊື່ອໝັ້ນປະຊາຊົນ, ອີງໃສ່ປະຊາຊົນເພື່ອເລືອກເອົາພະນັກງານທີ່ມີຈັນຍາບັນ, ມີຄວາມສາມາດຢ່າງຄົບຖ້ວນ - ảnh 1 ກອງປະຊຸມສູນກາງພັກກອມມູນິດ ຫວຽດນາມ ຄັ້ງທີ 12 (ພາບ: VGP)

          ທ່ານຮອງສາດສະດາຈານ, ປະລິນຍາເອກ ຫງວຽນມິງຕ໊ວນ, ຫົວໜ້າສະຖາບັນກໍ່ສ້າງພັກ, ສັງກັດສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຢັ້ງຢືນວ່າ: ວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 13 ຕ້ອງເລືອກເອົາຜູ້ທີ່ມີນ້ຳໃຈຄວາມຮັບຜິດຊອບສູງທີ່ສຸດ, ມີຄວາມພາວະວິໄສ, ຍຸຕິທຳ, ໂປ່ງໃສຢ່າງແທດຈິງ, ຖືພາລະກິດລວມຂອງພັກ, ຂອງປະເທດຊາດ, ຂອງປະຊາຊົນເໜືອກ່ວາສິ່ງໃດໝົດ. ທ່ານກ່າວວ່າ:

          “ເລື່ອງກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງນີ້, ສູນກາງມີຄວາມລະມັດລະວັງທີ່ສຸດ, ຍ້ອນວ່າ ມີບັນດາບົດຮຽນທີ່ສະແດງໃຫ້ເຫັນວ່າ ມີຜູ້ເສຍທາດຂາດຄຸນລອດເຂົ້າໃນຂັ້ນສູງ. ເລື່ອງທຳອິດ ຕ້ອງເສີມຂະຫຍາຍພັກຮາກຖານ, ອົງການຈັດຕັ້ງພັກ, ຂັ້ນຄຸ້ມຄອງພະນັກງານນັ້ນ, ມີຄວາມຮັບຜິດຊອບນັບແຕ່ການຕີລາຄາຕຳຫນິຕິຊົມ ຕະຫລອດຮອດການກວດກາຊີວະປະຫວັດຫຍໍ້, ແຈ້ງຊັບສົມບັດ, ແຈ້ງບັນດາເອກະສານຕ່າງໆ.

ເຊື່ອໝັ້ນປະຊາຊົນ, ອີງໃສ່ປະຊາຊົນເພື່ອເລືອກເອົາພະນັກງານທີ່ມີຈັນຍາບັນ, ມີຄວາມສາມາດຢ່າງຄົບຖ້ວນ - ảnh 2 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ

        ສ້າງຄະນະບໍລິຫານງານສູນກາງພັກກອມມູນິດ, ກົມການເມືອງ, ຄະນະເລຂາທິການໃຫ້ໝັ້ນຄົງເຂັ້ມແຂງ; ມີຄວາມສາມັກຄີຢ່າງແທ້ຈິງ, ມີຄວາມເຫັນດີເປັນເອກະພາບຢ່າງສູງ ແມ່ນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ທີ່ມີຕໍ່ອາຍຸການຊຸດທີ 13. ຍ້ອນເຫນນັ້ນ, ວຽກງານພະນັກງານຮຽກຮ້ອງຕ້ອງການມີຄວາມລະມັດລະວັງທີ່ສຸດ, ໃນນັ້ນ ມີບົດບາດສຳຄັນຂອງວຽກງານຈັດຕັ້ງເລືອກເອົາພະນັກງານ. ພິເສດແມ່ນ ຄວນເຊື່ອໝັ້ນຕໍ່ປະຊາຊົນ, ອີງໃສ່ປະຊາຊົນ ເພື່ອເລືອກເອົາພະນັກງານທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ