ເຍົາວະຊົນໂຮງຮຽນ2ພາສາລາວ-ຫວຽດນາມຫງວຽນຢູຈັດວັນບຸນໄຫວ້ພະຈັນ

ເຍົາວະຊົນໂຮງຮຽນ2ພາສາລາວ-ຫວຽດນາມຫງວຽນຢູຈັດວັນບຸນໄຫວ້ພະຈັນ - ảnh 1
(ເຍົາ​ວະ​ຊົນ​ໂຮງຮຽນ 2 ​ພາສາ​ລາ​ວ-ຫວຽດນາມ​
ຫງວຽນ​ຢູຈັດ​ວັນບຸນ​ໄຫວ້ພະຈັນ)


(vovworld) – ຕອນ​ຄໍ່າ​ວັນ​ທີ 25/09, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໂຮງຮຽນ 2 ​ພາສາ​ລາ​ວ-ຫວຽດນາມ​ ຫງວຽນ​ຢູ ​ໄດ້​ຈັດ​ວັນບຸນ​ໄຫວ້ພະຈັນ 2015 ​ໃຫ້​ບັນດາ​ນັກຮຽນ​ຂອງ​ໂຮງຮຽນ ດ້ວຍ​ຫົວ​ຂໍ້ “ຄໍ່າ​ຄືນ​ໄຫ​ວ້ພະຈັນ​ໃຫ້​ນ້ອງ”. ​ເຂົ້າ​ຮ່ວມວັນບຸນ​ໄຫວ້ພະຈັນ ພ້ອມ​ກັບ​ພວກ​ນ້ອງ ມີ​ຜູ້​ຕາງ​ໜ້າສະຖານທູດ​ຫວຽດນາມ ປະຈຳ​ລາວ, ສະຫະ​ສະມາຄົມ​ຊາວຫວຽດນາມ ອາ​ໄສ​ຢູ່​ລາວ, ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄູ​ອາຈານ​ ​ແລະ ພໍ່​​ແມ່​ນັກ​ສຶກສາ​ເຂົ້າ​ຮ່ວມ. ທ່ານ ຟ້າ​ມຊວນ​ເຟີ​ນ, ອະທິ​ການ​ບໍດີ​ໂຮງຮຽນ 2 ພາສາ​ລາວ - ຫວຽດນາມ ຫງວຽນ​ຢູ ​ໃຫ້​ຮູ້​ວ່າ.

        “ວັນບຸນ​ໄຫວ້ພະຈັນ ​ແມ່ນ​ບຸນ​ເຕັດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ເຍົາວະ​ຊົນຫວຽດນາມ. ​ໂຮງຮຽນ ຫງວຽນ​ຢູ ​ແມ່ນ​ໂຮງຮຽນ​ມິດຕະພາບ ມີ​ທັງ​ລູກ​ຫຼານ​ຂອງ​ຄົນ​ລາວ ​ແລະ ຫວຽດນາມ ​ຮໍ່າຮຽນພ້ອມ​ກັນ. ​ເລື່ອງ​ຈັດ​ຕັ້ງວັນບຸນ​ໄຫວ້ພະຈັນ ນີ້​ແມ່ນ​ເພື່ອ​ໃຫ້​ພວກ​ນ້ອງ​ເຍົາວະ​ຊົນ​ເຂົ້າ​ໃຈ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ​ຂອງ​ຫວຽດນາມ ​ແນ​ໃສ່​ຮັກສາ​ຄວາມ​ສາມັກຄີ​ຂອງ 2 ຊາດ​ໃນ​ອະນາຄົດ.”

ຂ່າວ/ບົດ​ອື່ນ