ເດັກຍິງທຳອິດເກີດຢູ່ໂຮງໝໍກາງສະໜາມຂັ້ນ 2.4 ຂຶ້ນກັບຄະນະປະຕິບັດງານຊູດັງໃຕ້

(VOVWORLD) -ການຜ່າຕັດໄດ້ປະຕິບັດໂດຍໄວ ແລະ ບັນລຸຜົນສຳເລັດດ້ວຍດີ. ເດັກຍິງມີນຳໜັກ 3,5 ກີໂລກຣາມ.
ເດັກຍິງທຳອິດເກີດຢູ່ໂຮງໝໍກາງສະໜາມຂັ້ນ 2.4 ຂຶ້ນກັບຄະນະປະຕິບັດງານຊູດັງໃຕ້ - ảnh 1ການຜ່າຕັດໄດ້ປະຕິບັດໂດຍໄວ ແລະ ບັນລຸຜົນສຳເລັດ
(ພາບ: sggp.org.vn)

       ວັນທີ 16 ມັງກອນ, ຈາກ ຊູດັງໃຕ້, ບັນດາທ່ານໝໍຂອງໂຮງໝໍກາງສະໜາມຂັ້ນ 2.4 ຫວຽດນາມ ໃຫ້ຮູ້ວ່າ, ໄດ້ປະຕິບັດການຜ່າຕັດສຸກເສີນໃຫ້ແມ່ ແລະ ເດັກຍິງທຳອິດທີ່ໄດ້ເກີດ ຢູ່ໂຮງໝໍຂອງຄະນະປະຕິບັດງານ.

        ເຖິງວ່າປະສົບກັບຄວາມຫຍຸ້ງຍາກດ້ານເຄື່ອງອຸປະກອນສະເພາະຂະແໜງກໍ່ຕາມ ແຕ່ດ້ວຍລະດັບວິຊາສະເພາະສູງຂອງບັນດາທ່ານໝໍກາງສະໜາມຂັ້ນ 2.4, ການຜ່າຕັດໄດ້ປະຕິບັດໂດຍໄວ ແລະ ບັນລຸຜົນສຳເລັດດ້ວຍດີ. ເດັກຍິງມີນຳໜັກ 3,5 ກີໂລກຣາມ.

        ໂຮງໝໍກາງສະໜາມຂັ້ນ 2.4 ໄດ້ຮັບການຕີລາຄາສູງຈາກກອງບັນຊາການດ້ານການແພດກ່ຽວກັບການບົ່ງມະຕິໄວ, ຊັດເຈນ, ຕັດສິນໃຈຜ່າຕັດດ້ວຍຄວາມປອດໄພ, ເບິ່ງແຍງ ແລະ ໜູນຊ່ວຍແມ່ ແລະ ເດັກເປັນຢ່າງດີ. ກອງບັນຊາການຖານທີ່ໝັ້ນ, ຜູ້ບັນຊາການບັນດາອົງການໄດ້ມາສະແດງຄວາມຍິນດີນຳຜູ້ເປັນແມ່ ແລະ ທິມຜ່າຕັດຂອງໂຮງໝໍກາງສະໜາມຂັ້ນ 2.4.

ຕອບກັບ

ຂ່າວ/ບົດ​ອື່ນ