ເດັກຖືກພະຍາດ autism ຄວນມີໂອກາດເຊື່ອມຕົວເຂົ້າກັບສັງຄົມ

ເດັກຖືກພະຍາດ autism ຄວນມີໂອກາດເຊື່ອມຕົວເຂົ້າກັບສັງຄົມ - ảnh 1
ການ​ສອນ​ໃຫ້​ເດັກ​ຖືກພະ​ຍາດ​ autism

(vovworl)- ເນື່ອງ​ໃນ​ໂອ​ກາດ​ວັນ​ໂລກ​ຮັບ​ຮູ້​ພະ​ຍາດ​ autism (2/4), ຕອນ​ເຊົ້າ​ວັນ​ທີ 2/4, ຢູ່​ຫໍ​ວັດ​ທະ​ນະ​ທຳ​ເດັກ​ຮ່າ​ໂນ້ຍ, ໄດ້​ຈັດ​ວັນ​ບ​ຸນ “ ອ້ອ​ມແຂນແຫ່ງ​ຄວາມ​ຮັກ​ແພງ ” ຄັ້ງ​ທີ 3. ວັນ​ບຸນ​ມີ​ການ​ເຂົ້າ​ຮ່ວມຂອງ​ເດັກ​ນັບ​ຮ້ອຍ​ຄົນຖືກ​ພະ​ຍາດ​ autism ທີ່​ມາ​ຈາກໂຮງ​ຮຽນ 21 ແຫ່ງ ໃນ​ບໍ​ລິ​ເວນ​ແຂວງ ແລະ ນະ​ຄອນ​ຕ່າງໆ​ຂອງ​ຫວຽດ​ນາມ.

    ກ່ອນ​ໜ້ານັ້ນ ຄື​ວັນ​ທີ 1 ເມ​ສາ, ຢູ່​ຮ່າ​ໂນ້ຍ ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ “​ພະ​ຍາດ​ autism - ບັນ​ຫາ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ມ​າດ​ຕະ​ການ​ແກ້​ໄຂ”. ທ່ານ​ນາງ ດັ້ງ​ຮີ່ງ​ມາຍ, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ຄົນ​ພິ​ການ​ຫວຽດ​ນາມ ໃຫ້​ຮູ້​ວ່າ :

    “ ບັນ​ຫາ​ທຳ​ອິດ​ທີ່​ພວກ​ຂ້າ​ພະ​ເຈົ້າ​ສະ​ເໜີ ຕໍ່ກະ​ຊວງ​ແຮງ​ງານ, ນັ້ນ​ແມ່ນ​ນຳ​ຄົນ​ພິ​ການ​ທີ່​ຖືກ​ພະ​ຍາດ​ autism ນີ້​ເຂົ້າ​ໃນ​ກົດ​ໝາຍ. ເພາະ​ໃນ​ກົດ​ໝາຍ​ຈຶ່ງ​ຈະ​ມີ​ລາຍ​ລ​ະ​ອຽ​ດ. ໃນ​ກົດ​ໝາຍ​ກໍ​ມີ​ອັນ​ທີ່​ແຕກ​ຕ່າງ, ດັ່ງ​ນັ້ນ​ຈຸດ​ທີ່​ແຕກ​ຕ່າງນັ້ນ ເຮົາ​ສາ​ມາດ​ເພີ່ມ​ເຕີມ​ເດັກ​ຖືກ​ພະ​ຍາດ​ autism ​ເຂົ້າ​ໃນ​ກຸ່ມ​ເດັກ​ພິ​ການ ເພື່ອ​ໃຫ້​ພວກ​ນ້ອງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ບໍ​ລິ​ການ​ການ​ແພດ, ການ​ສ້າງວຽກ​ເຮັດ​ງານ​ທຳ”

ຕອບກັບ

ຂ່າວ/ບົດ​ອື່ນ