ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບຸຊາຂອງປະເທດຊາດ

ເດັດດ່ຽວຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະທີ່ສັກກະລະບຸຊາຂອງປະເທດຊາດ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 16/07, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ, ລັດຖະບານ​ໄດ້​ຈັດ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ວຽກງານ​ສ້າງ​ກົດໝາຍ. ​ເປີດ​ຊາກ​ກອງ​ປະຊຸມ, ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ລາຍ​ງານ​ອັບ​ເດັດ​ສະພາບ​ການ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ລ່ວງ​ລ້ຳ​ອະທິປະ​ໄຕ ​ແລະ ​ອຳນາດ​ສານ​ຂອງ​ຫວຽດນາມ , ລະ​ເມີດ​ກົດໝາຍ​ສາກົນຢ່າງ​ຮ້າຍ​ແຮງ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ຖະ​ແຫຼ​ການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC); ຂໍ້​ຕົກລົງ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ 2 ປະ​ເທດ, ການນາບ​ຂູ່​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບປອດ​​ໄພ, ສິດ​ເສລີ​ໃນການ​ເດີນ​ທະ​ເລ, ການບິນ​ໃນ​ພາກ​ພື້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ເດັ​ດດຽວ​ຕໍ່ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕທີ່​ສັກກະ​ລະບຸ​ຊາ​ຂອງ​ປະ​ເທດ​ຊາດ ດ້ວຍ​ກຳລັງ​ແຮງ​ສັງ​ລວມ ​ແລະ ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ; ຮຽກຮ້ອງ​ຈີນ ບໍ່​ມີ​ການ​ກະທຳ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ ກໍ່​ຄື​ບັນ​ດາ​ການ​ກະທຳ​ລະ​ເມີດ​ອະທິປະ​ໄຕ, ອຳນາດ​ອະທິປະ​ໄຕ, ອຳນາດ​ສານ​ໃນ​ເຂດ​ທະ​ເລ​ຂອງ​ຫວຽດນາມ ອີກ. ຍາມ​ໃດ​ຫວຽດນາມ ກໍ່​ຖື​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ກັບ​ຈີນ​ເປັນ​ສຳຄັນ ບົນ​ພື້ນຖານ​ສະ​ເໝີ​ພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ພ້ອມ​ກັນ​ພັດທະນາ. ບົນ​ຈິດ​ໃຈ​ນັ້ນ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ພ້ອມ​ກັບ​ຈີນ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ເຈລະຈາ​​ໂດຍ​ສັນຕິ, ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ບົນ​ທະ​ເລ​ຕາ​ເວັນ​ອອກ ຕາມ​ກົດໝາຍ​ສາກົນ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ ການປົກ​ປັກ​ຮັກສາ​ອະທິປະ​ໄຕ​ແມ່ນ​ໜ້າ​ທີ່​ສັກກະ​ລະບຸ​ຊາ ຮຽກຮ້ອງ​ໃຫ້​ຫວຽດນາມ ຕ້ອງປະຕິບັດ​ເປັນ​ປະຈຳ, ຕໍ່​ເນື່ອງ​ເປັນ​ເຈົ້າ​ການ ​ແລະ ​ເດັດ​ດຽວ​ຕໍ່ສູ້​ກັບ​ທຸກໆ​ການ​ກະທຳລ່ວງ​ລ້ຳ. ພ້ອມ​ທັງ​ສາມັກຄີ​ກັນເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ສູ້​ຊົນ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ​ເພີ່ມ​ທະວີ​ກຳລັງ​ພາຍ​ໃນ​ທຸກ​ດ້ານ​ຂອງ​ປະ​ເທດ​ຊາດຢ່າງ​ມີ​ໄຊ.

        ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981, ວັນ​ທີ 16/07/2014, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ ​ເລ​ຫາຍ​ບິງ ຊີ້​ແຈ້ງວ່າ “ຫວຽດນາມ ​ໄດ້​ຕໍ່​ສູ້​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ອຳນາດອະທິປະ​ໄຕ​ດ້ວຍ​ບັນດາ​ມາດ​ຕະການ​ສັນຕິ​ວິທີ. ອີກ​​ເທື່ອໜຶ່ງ, ຫວຽດນາມ ຮຽກຮ້ອງ​ຈີນ ບໍ່​ນຳ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ກັບ​ຄືນ ຫຼື ນຳ​ບໍ່​ວ່າ​ຮ້ານ​ເຈາະ​ນ້ຳມັນ​ໃດໆ​ເຂົ້າ​ເຄື່ອນ​ໄຫວ​ຢູ່​​ແປງ​ນ້ຳມັນອ້າຍ​ແກັດ​ເລກ 143 ຂອງ​ຫວຽດນາມ ຫຼື ບໍ່​ວ່າ​ເຂດ​ໃດທີ່​ຂຶ້ນ​ກັບ​​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ການກຳນົດ​​ໃນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ເຄົາລົບ​ອະທິປະ​ໄຕ ​ແລະ ​ອຳນາດ​ສານ​ຂອງ​ຫວຽດນາມ ສຳລັບ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ຫວຽດນາມ ​ເດັດ​ດ່ຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ, ອຳນາດອະທິປະ​ໄຕ​ຖືກ​ຕາມ​ກົດໝາຍ​ສາກົນ”.

ຂ່າວ/ບົດ​ອື່ນ