ເດີນຂະນວນຂະໜາດໃຫຍ່ຮຽກຮ້ອງອັດປະຕູຖານທີ່ໝັ້ນການທະຫານອາເມລິກາຢູ່ Okinawa

ເດີນຂະນວນຂະໜາດໃຫຍ່ຮຽກຮ້ອງອັດປະຕູຖານທີ່ໝັ້ນການທະຫານອາເມລິກາຢູ່ Okinawa - ảnh 1
ຖານ​ທີ່​ໝັ້ນ​ທາງ​ອາກາດ Futenma
ຂອງ​ອາ​ເມ​ລິ​ກາ ຢູ່​ນະຄອນ Ginowan
(ພາບ: Kyodo/TTXVN)


​(vovworld) – ວັນ​ທີ 17/05, ມີ​ປະຊາຊົນປະມານ 35.000 ຄົນ​ໃນ​ທົ່ວ​ຍີ່ປຸ່ນ ​ໄດ້​ເຕົ້າ​ໂຮມກັນ​ຢູ່ເມືອງ​ເອກ Naha, ​ແຂວງ Okinawa, ທາງທິດ​ໃຕ້​ຍີ່ປຸ່ນ. ​ເພື່ອ​ກະຕຸກ​ຊຸກຍູ້​ລັດຖະບານ​ປະ​ເທດ​ນີ້​ຍົກ​ເລີກ​ແຜນການ​ກໍ່ສ້າງ​ຖານທີ່​ໝັ້ນ​ການ​ທະຫານ​​​ແຫ່ງ​ໃໝ່​ໃຫ້​ພົນທະຫານ​ອາ​ເມ​ລິ​ກາ ຢູ່​ເຂດ Henoko ​ແລະ ຮຽກຮ​້ອງອັດ​ປະຕູ​​ໂດຍ​ທັນທີ​ຖານ​ທີ່​ໝັ້ນ​ທາງ​ອາກາດ Futenma ຂອງ​ອາ​ເມ​ລິ​ກາ ຢູ່​ນະຄອນ Ginowan ຢູ່​ໃນ​ແຂວງ​ເກາະ​ດັ່ງກ່າວ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຮັບຮອງ​​​ເອົາ​ມະຕິ​ຮຽກ​ຮ້ອງ​ລັດຖະບານ ​ແລະ ອາ​ເມ​ລິ​ກາ ຢຸດຕິ​ແຜນການ​ຍົກຍ້າຍ​ຖານ​ທີ່​ໝັ້ນ Futenma ຈາກ​ນະຄອນ​ທີ່​ມີ​ຜົນລະ​ເມືອງ​ເປັນຈຳນວນ​ຫຼວງ​ຫຼາຍ ​Ginowan ເຖິງ​ເຂດ Henoko ມີ​ພົນລະ​​ເມືອງໜ້ອຍ​ກວ່າ ກໍ່​ສັງ​ກັດ​ແຂວງ Okinawa. ຕາມ​ມະຕິ​ດັ່ງກ່າວ​ແລ້ວ, ລັດຖະບານ​ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ບໍ່​ສົນ​ໃຈ​ເຖິງ​ຄວາມ​ມຸ່ງ​ມາດ​ປາດ​ຖະນາ​ຂອງ​ປະຊາຊົນ​ Okinawa ກ່ຽວ​ກັບ​ການ​ຍົກ​ຍ້າຍ​ຖານ​ທີ່​ໝັ້ນ Futenma ອອກ​ຈາກ​ແຂວງ​ເກາະ​ນີ້, ​ໃນ​ຂະນະ​ນັ້ນ, ການ​ສົ່ງ​ເສີມ​ກໍ່ສ້າງຖານ​ທີ່​ໝັ້ນ​ແທນ​ໃຫ້ Futenma ຢູ່ Henoko ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ລະບົບ​ປະຊາທິປະ​ໄຕ​ຂອງ​ຍີ່ປຸ່ນ.

ຂ່າວ/ບົດ​ອື່ນ